ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນສະຖາປານາ ສປປ ລາວ ຄົບຮອບ 44 ປີ (2 ທັນວາ 1975-2 ທັນວາ 2019) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົນວິຫານ ຄົບຮອບ 99 ປີ (13 ທັນວາ 1920-13 ທັນວາ 2019) ໃນວັນທີ 27 ພະຈິກ 2019, ປາຖະກະຖາໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ, ພ້ອມທັງມີບັນດາຄະນະພັກ, ຄະນະບັນຊາ, ຫ້ອງວ່າການ, ກົມໃຫຍ່, ກອງບັນຊາການ, ກົມ, ວິທະຍາຄານ, ລັດວິສາຫະກິດ ອ້ອມຂ້າງ ກະຊວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຈວ ອຸ່ນຫຼ້າ ວົງພະຈັນ ກ່າວວ່າ:

ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ

ການປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດໃນຄັ້ງນີ້ ກໍເພື່ອຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງມູນເຊື້ອ ແລະ ໝາກຜົນແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ, ເດັດດ່ຽວໜຽວແໜ້ນ, ອົງອາດກ້າຫານບໍ່ ຍອມຈໍານົນ, ມີຈິດໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອຊາດ ເພື່ອປະຊາຊົນ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສ ຊີ້ນໍາໆພາຍາດເອົາໄຊຊະນະ ມາໃຫ້ປວງຊົນລາວທັງຊາດ.

ພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຄື: ວັນສະຖາປານາ ສປປ ລາວ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົນວິຫານ ຄົບຮອບ 99 ປີ

ເພື່ອຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ທ່ານ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ເຊິ່ງທ່ານເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ຍອມເສຍສະຫຼະເພື່ອຊາດ ເພື່ອປະຊາຊົນຢ່າງແທ້ຈິງ, ເປັນແບບຢ່າງນໍາພາ, ມີການດໍາລົງຊີວິດທີ່ປອດໃສຂາວສະອາດ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນທັງຊາດ ເຊິ່ງເປັນແບບຢ່າງທີ່ດີໃຫ້ແກ່ ເຍົາວະຊົນລຸ້ນໜຸ່ມ ກໍຄື ພະນັກງານຜູ້ສືບທອດ ທີ່ຕ້ອງໄດ້ຕັ້ງໃຈຝຶກຝົນຫໍ່ຼຫຼອມເອົາ ແລະ ສືບທອດມໍລະດົກອັນລໍ້າຄ່າຂອງ ທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃນຕໍ່ໜ້າ.