ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດ ຍ້ອງຍໍ ແລະ ເລື່ອນຊັ້ນ ໃຫ້ແກ່ນາຍ ແລະ ພົນຕໍາຫຼວດ ໃນວັນທີ 20 ພະຈິກ 2019; ເຂົ້າຮ່ວມໂດຍ ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີ ພັທ ບຸນທອງ ລາວຈຸງ ເລຂາໜ່ວຍພັກ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ; ມີຄະນະພັກ-ຄະນະບັນຊາຄ້າຍ, ຕະຫຼອດຮອດພະນັກງານ-ນັກຮົບຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຜົ້ງສາລີ ເຂົ້າຮ່ວມ.

ພັທ ນາງ ວຽງຄໍາ ຄຸນສົມເຮືອງ ປະດັບຊັ້ນໃຫ້ພະນັກງານ-ນັກຮົບທີ່ໄດ້ຮັບການ ເລື່ອນຊັ້ນ
ພັທ ນາງ ວຽງຄໍາ ຄຸນສົມເຮືອງ ປະດັບຊັ້ນໃຫ້ພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ

ພັຕ ສົມບຸນ ຄຸນປະເສີດ ຫົວໜ້າພະແນກຫ້ອງການຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2089/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງ ຜົ້ງສາລີ; ໃນນີ້, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 1 ສະຫາຍ ເເລະ ເລື່ອນຊັັ້ນສິບໂທ ຂຶ້ນສິບເອກ 1 ສະຫາຍ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆຜົ້ງສາລີ ສະບັບເລກທີ 743/ຈຂ.ຜລ; ລົງວັນທີ 30 ພຶດສະພາ 2019 ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະ 1 ປີທີ່ຜ່ານມາ ຂອງບັນດາອົງການຈັດຕັ້ງໃນທົ່ວເເຂວງຜົ້ງສາລີ ປະຈຳປີ 2018. ໃນນີ້, ເຈົ້າແຂວງຕົກລົງມອບໃບຍ້ອງຍໍໃຫ້ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ມອບໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ 14 ສະຫາຍ ຍິງ 3 ສະຫາຍ, ໃຫ້ກຽດຂຶ້ນປະດັບຊັ້ນ ແລະ ມອບໃບຍ້ອງຍໍໂດຍ ພັທ ນາງ ວຽງຄຳ ຄຸນ ສົມເຮືອງ ແລະ ພັທ ບຸນທອງ ລາວຈຸງ.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຫ້ອງການ ເມືອງ ປກສ ແຂວງ ຍັງໄດ້ໂອ້ລົມຕໍ່ພິທີ, ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມ ຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາຄ້າຍ, ຕະຫຼອດຮອດພະນັກງານ-ນັກຮົບຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ທີ່ຍາດໄດ້ຜົນງານໃນຫຼາຍດ້ານ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຈົນໄດ້ຮັບການຍ້ອງຍໍ ແລະ ເລື່ອນຊັ້ນໃນຄັ້ງນີ້; ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍເອົາໃຈໃສ່ ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດໃນຖັນແຖວພະນັກງານ-ນັກຮົບ, ມີແບບແຜນວິທີການເຮັດວຽກທີ່ດີ ສາມາດແກ້ໄຂບັນຫາສະເພາະໜ້າ ແລະ ຍາວນານຢ່າງມີປະສິດທິພາບ ແລະ ພ້ອມກັນຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ.