ໃນວັນທີ 26 ພະຈິກ 2019, ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກທີ່ ກອງບັນຊາການ ປກສ ແຂວງເຊກອງ ໂດຍການຕ້ອນຮັບຂອງ ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງ, ຫົວໜ້າພະແນກ-ຮອງພະແນກ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ພັອ ສົມໄຊ ພູລະຄຳມະນີ ໄດ້ຂຶ້ນລາຍງານວ່າ:

ແຂວງເຊກອງ ກໍຍັງມີບາງບັນຫາທີ່ເກີດຂຶ້ນຕໍ່ເນື່ອງ ເປັນຕົ້ນແມ່ນ ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ຍັງສືບຕໍ່ເຄື່ອນໄຫວໂຄສະນາປັ່ນປ່ວນ ທາງດ້ານແນວຄິດຕໍ່ພໍ່-ແມ່ປະຊາຊົນບັນດາເຜົ່າ ຢູ່ບາງຕົວເມືອງ ເຊັ່ນ: ການຂະຫຍາຍສາສະໜາ.

ປັດຈຸບັນ, ທົ່ວແຂວງເຊກອງ ມີຜູ້ເຊື່ອຖືສາສະໜາເຢຊູ ແລະ ພຸດທຳມະກາຍ ທັງໝົດ 655 ຄົນ ຍິງ 362 ຄົນ, ມີຄົນຕ່າງປະເທດເຂົ້າມາເຄື່ອນໄຫວຄ້າ-ຂາຍສິນຄ້າ ທີ່ບໍ່ເປັນລະບຽບຮຽບຮ້ອຍ, ບັນຫາຂີ້ລັກງັດແງະ, ມົ້ວສຸມສິ່ງເສບຕິດ, ການຄ້າ-ຂາຍເຖື່ອນ, ອຸບັດຕິເຫດຕາມທອ້ງຖະໜົນ ແລະອື່ນໆ.

ພັອ ສົມໄຊ ພູລະຄຳມະນີ

ແຂວງເຊກອງ ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 59 ເລື່ອງ, ກັກຜູ້ຖືກຫາ 59 ຄົນ, ຢຶດຂອງກາງປະເພດຢາບ້າ 9.681 ເມັດ, ໂທລະສັບ 48 ໜ່ວຍ, ລົດຈັກ 11 ຄັນ, ເງິນ 5.722.000 ກີບ, ເປົ້າໝາຍຄ້າ-ຂາຍຢາເສບຕິດ 110 ຄົນ ແລະ ເປົ້າໝາຍເສບຢາເສບຕິດ 90 ຄົນ.

ນອກຈາກນີ້, ຍັງມີຄະດີເສດຖະກິດເກີດຂຶ້ນ 9 ເລື່ອງ, ມີຜູ້ຖືກຫາ 3 ຄົນ, ຄະດີການຄ້າມະນຸດເກີດຂຶ້ນ 2 ເລື່ອງ, ມີຜູ້ຖືກຫາ 1 ຄົນ, ອຸບັດຕິເຫດເກີດຂຶ້ນທັງໝົດ 94 ເລື່ອງ, ຄົນໄດ້ຮັບບາດເຈັບ 110 ຄົນ, ເສຍຊີວິດ 26 ຄົນ ແລະ ມີອັກຄີໄຟເກີດຂຶ້ນທັງໝົດ 4 ຄັ້ງ.

ໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ປກສ ແຂວງ ໃຫ້ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານຫຼັກແຫ່ງຮັບຮູ້ ເຂົ້າໃຈແຈ້ງຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ຈັດຕັ້ງປະຕິບັດເຮັດໜ້າທີ່ວຽກງານ ຕາມເລົ່າຮົບວິຊາສະເພາະຂອງແຕ່ລະກົມກອງ ໃຫ້ມີຜົນສຳເລັດ ແລະ ເນັ້ນໃຫ້ເພີ່ມທະວິການຜະລິດ-ປູກຝັງລ້ຽງສັດ ເຮັດໃຫ້ຊີວິດການເປັນຢູ່ຂອງ ກຳລັງປ້ອງກັນ ຄວາມສະຫງົບ ປກສ ແຂວງເຊກອງ ດີຂຶ້ນ ເພື່ອໃຫ້ສົມກັບວ່າ ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແລະ ຈົ່ງສືບຕໍ່ສາຍພົວຮ່ວມມືກັບແຕ່ປະເທດ ໂດຍສະເພາະ ປະເທດຫວຽດນາມ ກ່ຽວກັບ ບັນຫາຊາຍແດນ.