ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ (2 ທັນວາ 1975-2 ທັນວາ 2019) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ( 13 ທັນວາ 1920-13 ທັນວາ 2019 ) ໃນວັນທີ 28 ພະຈິກ 2019 ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຄວາມໝາຍ-ຄວາມສໍາຄັນຂອງສອງວັນດັ່ງກ່າວ.

ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ

ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ຂຶ້ນປາຖະກະຖາ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ວັນຊາດທີ 2 ທັນວາ 1975 ເຊິ່ງແມ່ນໝາກຜົນແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ແລະ ພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ກໍຄື ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ແລະ ສະຕິປັນຍາ ເຂົ້າໃນການຕໍ່ສູ້ ເພື່ອຍາດເອົາເອກະລາດມາສູ່ປວງຊົນລາວທັງຊາດ ລວມທັງວິລະກຳ ແລະ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊາຊົນລາວບັນດາເຜົ່າ; ເຊິ່ງປະທານ ໄກສອນ ໄດ້ອຸທິດທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການຕໍ່ສູ້ ເພື່ອຍາດເອົາອິດສະລະພາບ ເອກະລາດ ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນ ມາສູ່ປວງຊົນລາວທັງຊາດ ມາເຖິງປັດຈຸບັນ.

ໂອກາດດຽວກັນ, ທ່ານຍັງໄດ້ເລົ່າກ່ຽວກັບຊີວິດ ແລະ ພາລະກິດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມເປັນຜູ້ນໍາຂອງເພິ່ນ ທີ່ແຕກຕ່າງຈາກຜູ້ນໍາອື່ນໆໃນໂລກ ເຊັ່ນວ່າ:

ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ມີຄຸນງາມຄວາມດີໃນການຕໍ່ສູ້ປົດປ່ອຍຊາດ ສໍາເລັດຜົນ ແລະ ນໍາພາສ້າງສາພັດທະນາ ປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.

ເຊິ່ງອັນທີ່ພົ້ນເດັ່ນ ກໍແມ່ນ ທ່ານເປັນຜູ້ສ້າງຕັ້ງກອງທັບ ກໍຄື ກອງລາດຊະວົງ, ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ນໍາພາສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນຜູ້ລິເລີ່ມນໍາພາພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ.

ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ນໍ້າໃຈປະຕິວັດເຖິງຖອງສຸດກົກສຸດປາຍ, ມີຄວາມເປັນແບບຢ່າງ ໃນການຄົ້ນຄວ້າ-ຮໍ່າຮຽນ, ຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ, ບົດຮຽນໃນການຍາດແຍ່ງກໍາລັງແຮງງານພາຍນອກ ເພື່ອເພີ່ມທະວີກໍາລັງແຮງພາຍໃນ ໃຫ້ກາຍເປັນກໍາລັງສັງລວມ, ເຊິ່ງກ່ອນອື່ນໝົດ ແມ່ນການເສີມຂະຫຍາຍປັດໄຈຊາດ-ປັດໄຈພາຍໃນຄວາມເປັນເຈົ້າ ຫຼື ທີ່ເອີ້ນວ່າ: ເພິ່ງຕົນເອງ-ສ້າງຄວາມເຂັ້ມແຂງດ້ວຍຕົວເອງ. ນອກຈາກນີ້, ຍັງມີຄວາມເປັນແບບຢ່າງຂອງການບໍລິຫານ ແລະ ຄຸນສົມບັດສິນທໍາປະຕິວັດ ທີ່ທຸກຄົນຕ້ອງໄດ້ເອົາໃຈໃສ່ຮຽນຮູ້.