ໃນວັນທີ 28 ພະຈິກ 2019, ເຈົ້າໜ້າທີ່ ປກສ ກຸ່ມເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເພີ່ມທະວີວຽກງານປ້ອງກັນເວນຍາມ ເພື່ອຮັບປະກັນໃຫ້ກຸ່ມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໃນວັນສ້າງຕັ້ງ ສປປ ລາວ ຄົບຮອບ 44 ປີ ທີ່ຈະມາເຖິງນີ້.

ພັທ ໂອໄດ ພິມມະຈັນ ຫົວໜ້າປກສ ກຸ່ມເພຍວັດ ໃຫ້ຮູ້ວ່າ:  ໃນກຸ່ມເພຍວັດມີ 8 ບ້ານ ເພື່ອຮັບປະກັນພາຍໃນກຸ່ມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ, ຄະນະພັກ-ຄະນະບັນຊາກຸ່ມ ກໍໄດ້ຊີ້ນໍາໆພາ ປກສ ແຕ່ລະບ້ານປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ໂດຍໄເນັ້ນໃຫ້ເພີ່ມທະວີ ກວດກາຕະລາດຕະເວນ ໃນຍາມຄໍ່າຄືນ ຈຸດທີ່ມີຄວາມສ່ຽງ ແລະ ຫຼ່ໍແຫຼມ. ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບໂດຍສະເພາະມາເຄື່ອນໄຫວປຸ້ນຈີ້, ຊິງຊັບຕາມເສັ້ນທາງ ແລະອື່ນໆ. ຜ່ານການລົງກວດກາຕົວຈິງກໍເຫັນວ່າແຕ່ລະບ້ານພາຍໃນກຸ່ມ ກໍມີການຈັດຕັ້ງປ້ອງກັນເວນຍາມຢ່າງເຂັ້ມງວດ ແລະ ກໍຍັງບໍ່ທັນມີປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນເກີດຂຶ້ນ.

ໃນວັນດຽວກັນ, ບ້ານໂພນສີນວນ ກຸ່ມເພຍວັດ ເມືອງສີສັດຕະນາກ ກໍໄດ້ປາຖະກະຖາວັນຊາດທີສອງວັນວາ ຄົບຮອບ 44 ປີ ແລະ ກໍເຜີຍແຜ່ວຽກງານປ້ອງກັນ ໃຫ້ພໍ່-ແມ່ປະຊາຊົນຮັບຮູ້; ສໍາລັບວຽກງານ ປກຊ-ປກສ ບ້ານ ກໍໄດ້ເພີ່ມທະວີປ້ອງກັນເວນຍາມ ເຊັ່ນກັນ ໂດຍໄດ້ແບ່ງຈຸປະຈໍາການ ເຮັດໜ້າທີ່ປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ, ໃນຍາມກາງຄືນ ກໍໄດ້ຈັດອ້າຍນ້ອງ ປກຊ-ປກສ ບ້ານ ເຄື່ອນໄຫວລາດຕະເວນຕາມເສັ້ນທາງ, ທາງຮ່ອມຕ່າໆພາຍໃນບ້ານ. ພ້ອມນັ້ນ, ກໍປຸກລະດົມພໍ່-ແມ່ປະຊາຊົນພາຍໃນບ້ານປະກອບສ່ວນວັດຖຸ-ປັດໄຈເຂົ້າໃນວຽກງານປ້ອງກັນເວນຍາມ ແລະ ເອື້ອຍນ້ອງສະຫະພັນແມ່ຍິງ ມາແຕ່ງກິນໃຫ້ອ້າຍນ້ອງ ຢ່າງເປັນຂະບວນຟົດຟື້ນ.

ທ່ານ ທູນ ຫຼວງລາດ ຫົວໜ້າ ປກສ ບ້ານດົງປ່າລານທ່າ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ບ້ານດົງປ່າລານ ກໍໄດ້ເອົາໃຈໃສ່ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງຄືກັບບັນດາບ້ານອື່ນໆ ໄດ້ແຕ່ງຕັ້ງອ້າຍ ປກສ ບ້ານເຮັດໜ້າທີ່ປ້ອງກັນໃນຍາມຄໍ່າຄືນໄດ້ນໍາໃຊ້ລົດຈັກເຄື່ອນໄຫວລາດຕະເວນຂອບເຂດພາຍໃນບ້ານ ໂດຍເນັ້ນໃສ່ກວດກາການໄປ-ມາຂອງໄວໝຸ່ມ. ຖ້າພົບເຫັນວ່າມີການເຄື່ອນໄຫວມາເດິກ ຈະໄດ້ຕັກເຕືອນ ທັງນີ້ກໍເພື່ອເຮັດໃຫ້ບ້ານມີຄວາມສະຫງົບປອດໄພ.