ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13

ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນລະຫວ່າງວັນທີ 25-29 ພະຈິກ 2019 ທີ່ບາງກອກ ຣາຊะອານາຈັກໄທ, ໂດຍມີບັນດາລັດຖະມົນຕີ 10 ປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ລັດຖະມົນຕີປະເທດຄູ່ເຈລະຈາ ທີ່ຮັບຜິດຊອບວຽກງານ ຕ້ານອາຊະຍາກໍາຂ້າມຊາດເຂົ້າຮ່ວມ ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ. ສໍາລັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໃນວາລະຂອງການດຳເນີນກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13 ບັນດາລັດຖະມົນຕີປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາ ໄດ້ແລກປ່ຽນທັດສະນະ ກ່ຽວກັບຄວາມພະຍາຍາມລະດັບຊາດ, ພາກພື້ນ ແລະ ສາກົນ ໃນການຕ້ານອາຊະຍາກໍາຂ້າມຊາດ.

ພ້ອມດຽວກັນນີ້, ບັນດາເຈົ້າຫນ້າທີ່ອາວຸໂສ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຜັດປ່ຽນກັນລາຍງານຄວາມຄືບຫນ້າໃນການຈັດຕັ້ງປະຕິບັດແຜນວຽກງານທີ່ໄດ້ຄົ້ນຄວ້າໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາ ກໍາຂ້າມຊາດ ຄັ້ງທີ 19 ແລະ ສະເໜີໃຫ້ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຮັບຮອງເອົາມີຄື:

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

1). ຮັບຮອງແຜນວຽກບາລີ ເພື່ອຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການເພີ່ມຂຶ້ນຂອງລັດທີ່ນິຍົມຄວາມຮຸນແຮງ ແລະ ລັດທິຫົວຮຸນແຮງ;

2). ຮັບຮອງການສະເໜີໃຫ້ປະເທດທີ່ເປັນປະທານອາຊຽນ ຮັບເປັນເຈົ້າພາບຈັດກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ;

3). ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຈໍານວນ 5 ສະບັບ;

4). ຮັບຮອງການຕົກລົງຈັດກອງປະຊຸມປຶກສາຫາລືລັດຖະມົນຕີອາຊຽນ ບວກ ສ ເກົາຫຼີ ວ່າດ້ວຍ ການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທໍາອິດ;

5). ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງຊາຍແດນອາຊຽນ ເພື່ອການຕ້ານອາຊະຍາກໍາຂ້າມຊາດ ເຊິ່ງ ເປັນແນວຄິດຂອງປະເທດໄທ.

6). ອາຊຽນຍັງໄດ້ລາຍງານການກະກຽມຈັດກອງປະຊຸມສໍາມະນາ ເພື່ອສ້າງຕັ້ງ ຈຸດປະສານງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ.

ສຳລັບກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 14 ແລະ ກອງ ປະຊຸມອື່ນໆ ທີ່ກ່ຽວຂ້ອງ ແມ່ນຈະໄດ້ຈັດຂຶ້ນ ທີ່ ສສ ຫວຽດນາມໃນປີ 2020.