ໃນວັນທີ 9 ທັນວາ 2019, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົຕ ຫງຽນຄັກແຄງ ຫົວໜ້າກົມປ້ອງກັນຄວາມສະຫງົບການເມືອງພາຍໃນ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ລາວ ໃນລະຫວ່າງວັນທີ 9-13 ທັນວານີ້.

ພົຕ ຫງຽນຄັກແຄງ ຫົວໜ້າກົມປ້ອງກັນຄວາມສະຫງົບການເມືອງພາຍໃນ ກະຊວງຕຳຫຼວດ ສສ ຫວຽດນາມ (ຊ້າຍ) – ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ຂວາ)

ໂອກາດດັ່ງກ່າວ, ພົຕ ຫງຽນຄັກແຄງ ໄດ້ລາຍງານຕໍ່ ທ່ານຮອງລັດຖະມົນຕີ ໃນການມາພົບປະແລກປ່ຽນບົດຮຽນກັບ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ລາວ ໂດຍປະຕິບັດຕາມບົດບັນທຶກການຮ່ວມມືຂອງ 2 ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄື ສອງກົມ.

ເຊິ່ງຈະໄດ້ມີການແລກປ່ຽນບົດຮຽນ ວຽກງານວິຊາສະເພາະດ້ານຕ່າງໆ ເປັນຕົ້ນແມ່ນ ວຽກງານຮັກສາຄວາມສະຫງົບ ທາງດ້ານການເມືອງ, ວຽກງານປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນ ກໍຄື ກອງປະຊຸມໃຫຍ່ຂອງພັກ ແລະ ວຽກງານອື່ນໆ.

ໂອກາດດຽວກັນນີ້, ພົຕ ກົງທອງ ພົງວິຈິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາພົບປະແລກປ່ຽນບົດຮຽນ ກັບ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ລາວ ຄັ້ງນີ້, ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃນດ້ານວຽກງານວິຊາສະເພາະ ໂດຍສະເພາະແມ່ນ ວຽກງານຮັກສາຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ພ້ອມທັງອວຍພອນໃຫ້ ກອງປະຊຸມພົບປະແລກປ່ຽນບົດຮຽນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.