ມອບ-ຮັບໜ້າທີ່ ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມ

0
2505

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ອໍານວຍການໃຫຍ່ ໃນວັນທີ 9 ທັນວາ 2019 ລະຫວ່າງ ທ່ານ ຖາວອນ ສົມສະກຸນ ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ຜູ້ເກົ່າ) ແລະ ທ່ານ ສຸພົນ ຈັນທະວີໄຊ ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ຜູ້ໃໝ່), ໂດຍມີ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີ ຮອງລັດຖະມົນຕີ, ຄະນະອໍານວຍການ ແລະ ພະນັກງານຫຼັກແຫຼ່ງ ພາຍໃນບໍລິສັດ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຄໍາພູ ດວງຖະໜອມ ຫົວໜ້າກົມຈັດຕັ້ງ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ວ່າດ້ວຍ ການແຕ່ງຕັ້ງ ຜູ້ຊ່ວຍອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນນີ້ແຕ່ງຕັ້ງ ທ່ານ ຖາວອນ ສົມສະກຸນ ເປັນຜູ້ຊ່ວຍອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.

ພ້ອມທັງຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງການເງິນ ວ່າດ້ວຍ ການແຕ່ງຕັ້ງ ຄະນະອໍານວຍການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຊຸດໃໝ່ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ສຸພົນ ຈັນທະວີໄຊ ຮອງອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນອໍານວຍການໃຫຍ່, ທ່ານ ລັດຖະປັນຍາ ຂຽວວົງພະຈັນ ແລະ ທ່ານ ອາລຸນຍະເດດ ບານຈິດ ເປັນ ຮອງອໍານວຍການ.

ໃນພິທີ, ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ໃຫ້ທິດຊີ້ນໍາ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນສືບຕໍ່ຊີ້ນໍາ-ນໍາພາ ການດໍາເນີນທຸລະກິດໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ຮັບປະກັນໃນການບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບກົດໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ມີປະສິດທິຜົນ.