ປະດັບຫຼຽນໄຊ-ຍ້ອງຍໍຜົນງານ 5 ປີ ໃຫ້ກົມກອງ ແລະ ບຸກຄົນດີເດັ່ນຂອງ ສສຍລ

0
1979

ພິທີປະດັບຫຼຽນໄຊ-ຍ້ອງຍໍຜົນງານ 5 ປີ ຂອງ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2019 ເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ມີບັນດາຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ແລະ ພະນັກງານ-ລັດຖະກອນ ທົ່ວສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ

ໃນພິທີ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ໄດ້ຍົກໃຫ້ເຫັນຜົນງານ ໃນ 5 ປີ (2015-2019) ຜ່ານມາ ຄື:

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ

ສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ດ້ວຍການໂຄສະນາ, ເຜີຍແຜ່ກົດໝາຍ ວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງ ຮັບຮູ້ເຂົ້າໃຈ ເພື່ອປົກປ້ອງ ແລະ ພັດທະນາຕົນເອງ.

ສະຫະພັນແມ່ຍິງລາວ ຍັງໄດ້ບໍລິການໃຫ້ຄຳປຶກສາແບບເຊິ່ງໜ້າ ແລະ ທາງໂທລະສັບ ໂດຍບໍ່ເສຍຄ່າ, ຮັບຄຳສະເໜີ, ຄຳຮ້ອງທຸກ ແລະ ໄກ່ເກ່ຍບັນຫາຕ່າງໆໄດ້ທັງໝົດ 1.672 ຄັ້ງ, ມີ 488 ເລື່ອງ, ຈໍານວນ 1.075 ຄົນ, ຍິງ 846 ຄົນ, ຊາຍ 229 ຄົນ.

ນອກຈາກນີ້, ກໍໄດ້ປະສານງານກັບ ເຈົ້າໜ້າທີ່ຕຳຫຼວດ ກົມຕຳຫຼວດ ແລະ ສະກັດກັ້ນ, ຕ້ານການຄ້າມະນຸດ 307 ຄັ້ງ, ສຳພາດຜູ້ຖືກເຄາະຮ້າຍ 54 ຄັ້ງ, ສະໜອງສະຖານທີ່ພັກຊົ່ວຄາວທີ່ປອດໄພ ແລະ ບຳບັດຟື້ນຟູຜູ້ຖືກເຄາະຮ້າຍໄດ້ຈຳນວນ 117 ຄົນ, ຍິງ 107 ຄົນ, ຊາຍ 10 ຄົນ, ພ້ອມທັງ ໄດ້ນຳສົ່ງຜູ້ຖືກເຄາະຮ້າຍ ກັບຄືນສູ່ຄອບຄົວ ແລະ ສັງຄົມ ຈຳນວນ 95 ຄົນ.

ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ປະດັບຫຼຽນໄຊແຮງງານ ແລະ ໃບຍ້ອງຍໍ ດັ່ງນີ້:

  • ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 4 ກົມກອງ
  • ຫຼຽນໄຊແຮງງານ ຊັ້ນ II ມີ 6 ກົມກອງ
  • ຫຼຽນໄຊແຮງງານ ຊັ້ນ III ມີ 3 ກົມກອງ
  • ບຸກຄົນດີເດັ່ນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ມີ 14 ທ່ານ
  • ຫຼຽນໄຊແຮງງານ ຊັ້ນ II ມີ 25 ທ່ານ
  • ຫຼຽນໄຊແຮງງານ ຊັ້ນ III ມີ 22 ສະຫາຍ
  • ຫຼຽນກາແຮງງານ ມີ 51 ທ່ານ
  • ໃບຍ້ອງຍໍລັດຖະບານ ມີ 78 ທ່ານ
  • ໃບຍ້ອງຍໍຂອງ ສູນກາງສະຫະພັນແມ່ຍິງລາວ ຈໍານວນໜຶ່ງ

ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ ຄະນະບໍລິຫານງານ ສສຍລ ຈົ່ງເພີ່ມທະວີປຸກລະດົມ ແລະ ເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສືບຕໍ່ເສີມຂະຫຍາຍ 5 ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ, ການປົກປັກຮັກສາ ວັດທະນະທໍາອັນດີງາມຂອງແມ່ຍິງ ແລະ ຂອງຊາດ, ສູ້ຊົນພັດທະນາຕົນເອງ ຢ່າງຮອບດ້ານ, ສຸມໃສ່ສ້າງແຜນພັດທະນາແມ່ຍິງລາວ, ແຜນດຳເນີນງານແຫ່ງຊາດ ວຽກງານແມ່ ແລະ ເດັກ ໃຫ້ສຳເລັດຜົນ ເພື່ອເຮັດໃຫ້ຂະບວນການແຂ່ງຂັນນີ້ ຕິດພັນກັບ ການປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.