ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນພະຈິກ 2019, ນະ ຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 107 ຄັ້ງ, ພາຫະນະເປ່ເພ ເລັກໜ້ອຍ 82 ຄົນ, ສົມຄວນ 132 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 34 ຄົນ, ສົມຄວນ 121 ຄົນ, ສາຫັດ 15 ຄົນ ແລະ ເສຍຊີວິດ 20 ຄົນ, ທຽບໃສ່ຄົນເສຍຊີວິດໃນເດືອນຜ່ານມາ ເພີ່ມຂຶ້ນ 14 ຄົນ. ສໍາລັບເວລາທີ່ເກີດອຸບັດ ຕິເຫດໃນລະຫວ່າງ 17:00 ໂມງ ຫາ 23:00 ໂມງຂອງທຸກວັນ.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນແກ້ໄຂສະພາບສັນຈອນແອອັດ ແລະ ແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ ເພື່ອແນໃສ່ເຮັດໃຫ້ຜູ້ເສຍຊີວິດຫຼຸດລົງ, ເຊິ່ງຈັດຕັ້ງກໍາລັງເຮັດໜ້າທີ່ຢູ່ຕາມຈຸດຕ່າງໆບ່ອນເສັ້ນທາງທີ່ມີຄວາມສັບສົນ. ນອກນັ້ນ, ປະຈໍາຈຸດໄຟແດງ, 3 ແຍກ, 4 ແຍກ, ວົງວຽນ, ໜ້າຕະຫຼາດ, ສໍານັກງານອົງການ ແລະ ຊຸມຊົນຕ່າງໆ ເພື່ອຈັດສັນລະບຽບການສັນ ຈອນໃຫ້ມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ສະດວກສະບາຍໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ. ພ້ອມກັນນັ້ນ, ຕຳຫຼວດຈະລາຈອນ ຍັງໄດ້ໂຄສະນາລະບຽບການສັນຈອນຕາມສາຍທາງ, ໂຮງຮຽນ ແລະ ສໍານັກງານອົງການຕ່າງໆຢ່າງເປັນເປັນປົກະຕິ.

ນອກນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ຍັງໄດ້ປະສານງານກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ ແລະ ອພບ ເປີດກອງປະຊຸມຮ່ວມກັນ ເພື່ອປືກສາຫາລືຊອກຫາວິທີແກ້ໄຂທີ່ມີການພົວພັນກັນ ໃຫ້ມີຄວາມເປັນເອກະພາບກັນໃນການແກ້ໄຂການສັນຈອນ ແລະ ຫຼຸດຜ່ອນອຸບັດຕິເຫດ.

ໃນຕໍ່ໜ້າ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາບກ່ານສັນຈອນຍັງຈະ ສືບຕໍ່ແອອັດຢູ່ຈຸດສໍາຄັນ ເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກສັບສົນຫຼາຍຂຶ້. ຄຽງຄູ່ກັນນີ້, ຜູ້ຂັບຂີ່ຍັງຈະສືບຕໍ່ລະເມີດກົດລະບຽບການສັນຈອນທີ່ວາງອອກ, ໃນການແກ້ໄຂບັນຫາດັ່ງກ່າວ. ພະແນກຕໍາຫຼວດຈະລາຈອນ ປກສ ນວ ເນັ້ນຕໍາຫຼວດເມືອງເອົາໃຈໃສ່ໃນການແກ້ໄຂຈະລາຈອນແອອັດ ແລະ ສະກັດກັ້ນບັນຫາອຸບັດ ຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ໂດຍເອົາໃຈໃສ່ໂຄສະນາລະບຽບການສັນຈອນເປັນຫຼັກ ເພື່ອກະຕຸກຊຸກຍູ້ໃຫ້ເປົ້າໝາຍຜູ້ທີ່ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍຂົນສົ່ງທາງບົກ, ກົດໝາຍຈະລາຈອນ ໄປພ້ອມກັບການປະຕິບັດຄໍາສັ່ງຕາມເລກທີ 829/ປກສ ຄວບຄູ່ກັບການນໍາໃຊ້ກົດໝາຍ ແລະ ມາດຕະການອື່ນໆຕໍ່ຜູ້ທີ່ຝ່າຝືນ.