ປິດຊຸດບໍາລຸງວຽກງານກວດກາ ໄລຍະສັ້ນ ຊຸດທີ I

0
960
ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ

ຄະນະກວດກາສູນກາງພັກ ໄດ້ປິດຊຸດບໍາລຸງວຽກງານກວດກາ ໄລຍະສັ້ນ 3 ເດືອນ ຊຸດທີ I ໃນວັນທີ 6 ທັນວາ 2019, ເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ມີຮອງປະທານ, ຄະນະກວດກາສູນກາງພັກ, ພະນັກງານກ່ຽວຂ້ອງ, ນັກສໍາມະນາກອນ ທີ່ມາຈາກບັນດາກະຊວງ, ອົງການຕ່າງໆ ແລະ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

ປິດຊຸດບໍາລຸງ ວຽກງານກວດກາໄລຍະສັ້ນ 3 ເດືອນ ຊຸດທີ I

ຊຸດບໍາລຸງຄັ້ງນີ້, ເລີ່ມເປີດວັນທີ 16 ກັນຍາ ຫາ 6 ທັນວາ 2019, ມີພະນັກງານທີ່ເຮັດວຽກຂະແໜງກວດກາ ຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ແຂວງ ທົ່ວປະເທດ ຈໍານວນ 62 ສະຫາຍ ຍິງ 18 ສະຫາຍ; ໃນນີ້, ຂັ້ນຫົວໜ້າພະແນກ 5 ສະຫາຍ, ຮັກສາການຫົວໜ້າພະແນກ 1 ສະຫາຍ, ຮອງຫົວໜ້າພະແນກ 21 ສະຫາຍ, ຂັ້ນຫົວໜ້າຂະແໜງ 5 ສະຫາຍ, ຮອງຫົວໜ້າຂະແໜງ 7 ສະຫາຍ ແລະ ຂັ້ນວິຊາການ 22 ສະຫາຍ.

ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນໂດຍ ທ່ານ ປອ ບຸນທອງ ຈິດມະນີ

ຊຸດບໍາລຸງ ໄດ້ແບ່ງອອກເປັນ 3 ພາກ ຄື:

ພາກວິຊາທິດສະດີການເມືອງ-ການປົກຄອງ ມີ 20 ບົດ, ພາກກົດໝາຍ ມີ 8 ບົດ ແລະ ພາກວຽກງານກວດກາພັກ-ລັດ ມີ 21 ບົດ ໂດຍມີນັກວິທະຍາກອນທີ່ມີປະສົບການ, ມີຄວາມຮູ້-ຄວາມສາມາດ ຈາກກະຊວງ, ອົງການ ກ່ຽວຂ້ອງ, ຄະນະກວດກາສູນກາງພັກ ຜັດປ່ຽນກັນຂຶ້ນຫ້ອງບັນຍາຍແຕ່ລະວິຊາ.

ຜ່ານການຝຶກອົບຮົມ, ນັກສໍາມະນາກອນທຸກສະຫາຍ ໄດ້ເອົາໃຈໃສ່ຕັ້ງໃຈຄົ້ນຄວ້າ, ຮໍ່າຮຽນນໍາຄູ-ອາຈານ, ມີການສົນທະນາລະຫວ່າງ ນັກສໍາມະນາກອນດ້ວຍກັນ ແລະ ແລກປ່ຽນໍາຄູ-ອາຈານ ອັນໄດ້ເຮັດໃຫ້ນັກສໍາມະນາກອນ ສ້າງຄວາມເຂົ້າໃຈໄດ້ຫຼາຍບັນຫາ ກ່ຽວກັບ ພື້ນຖານທິດສະດີ, ແບບແຜນນໍາພາຂອງພັກ, ວິທີການ, ແຜນການເຄື່ອນໄຫວເກັບກໍາສະພາບການພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ.

ພ້ອມນັ້ນ, ກໍໄດ້ເປັນຂີດໝາຍອັນສໍາຄັນ ໃນການຍົກລະດັບຄວາມຮູ້-ຄວາມສາມາດ ດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ກ່ຽວກັບ ວຽກງານກວດກາ ໃຫ້ແກ່ນັກສໍາມະນາກອນ ມີຄວາມຢາກຮູ້ຢາກຮຽນ ຈຶ່ງໄດ້ສຸມທຸກສະຕິປັນຍາຊອກຮູ້ຮໍ່າຮຽນ ແລະ ກໍາໄດ້ບົດຮຽນຢ່າງລະອຽດ ໃນຂັ້ນພື້ນຖານ.