ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຊີ້ນໍາໃຫ້ພະນັກງານກໍ່ສ້າງຮາກຖານການເມືອງ ປກສ ແຂວງບໍລິຄໍາໄຊ ເອົາໃຈໃສ່ເກັບກໍາສະຖິຕິພົນລະເມືອງ ໃຫ້ຊັດເຈນ ເພື່ອແນໃສ່ສະກັດກັ້ນບັນຫາ 4 ເຖື່ອນ ເຮັດໃຫ້ແຂວງມີສະຖຽນລະພາບທາງການເມືອງ, ມີຄວາມສະຫງົບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ການຊີ້ນໍາວຽກງານດັ່ງກ່າວ ມີຂຶ້ນເນື່ອງໃນໂອກາດໄປເຮັດວຽກຢູ່ ປກສ ແຂວງບໍລິຄໍາໄຊ ໃນວັນທີ 6 ທັນວາ 2019 ໂດຍມີ ພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ-ຄະນະຫ້ອງ, ບັນດາພະແນກ, ປກສ ເມືອງ, ຕະຫຼອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ (ຊ້າຍ) – ພັທ ໄຊຍະສຸກ ຫຼຽນຕະກຸນ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ (ຂວາ)

ພົຈວ ຄໍາສາຍ ຈັນທະວົງ ໄດ້ເນັ້ນໜັກ ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ສືບຕໍ່ຊີ້ນໍາ-ນໍາພາ ພະນັກງານທີ່ລົງກໍ່ສ້າງຮາກຖານເຄື່ອນໄຫວເຮັດວຽກງານວິຊາສະເພາະ ເປັນຕົ້ນກໍແມ່ນ:

ການເກັບກໍາສະຖິຕິພົນລະເມືອງ ໃຫ້ຊັດເຈນ, ກໍາໃຫ້ໄດ້ຄົນເພີ່ມ, ຄົນຫຼຸດ, ຄົນຍົກຍ້າຍມາ, ຍົກຍ້າຍອອກໄປ, ສືບຕໍ່ລົງຝຶກອົບຮົມສິດ, ໜ້າທີ່ພາລະບົດບາດໃຫ້ ປກສ ກຸ່ມ, ປກສ ບ້ານ ໃຫ້ສໍາເລັດ, ລົງເກັບກໍາສະຖິຕິ, ຕີລາຄາປະເມີນຜົນ ເພື່ອປະກາດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

ພ້ອມນັ້ນ, ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກາຍເປັນວຽກງານຈຸດສຸມສໍາຄັນ ແນໃສ່ຕ້ານ, ສະກັດກັ້ນບັນຫາ 4 ເຖື່ອນ ເຊັ່ນ: ແກ້ໄຂຄົນເຖື່ອນ, ພະຫະນະເຖື່ອນ, ຄ້າຂາຍເຖື່ອນ ແລະ ສິນຄ້າເຖື່ອນ. ສະເພາະສິນຄ້າເຖື່ອນ ມີພວກລັກລອບຄ້າຂາຍຢາເສບຕິດ, ການປ່ອຍເງິນກູ້ນອກລະບົບ, ຫວຍເຖື່ອນ-ຂາຍເລກ ເຖື່ອນ, ຕູ້ເກມ ແລະອື່ນໆ ເພື່ອເຮັດໃຫ້ແຂວງມີສະຖຽນລະພາບທາງການເມືອງ, ມີຄວາມສະຫງົບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ນອກນີ້, ພັທ ໄຊຍະສຸກ ຫຼຽນຕະກຸນ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ລາຍງານ ການປະຕິບັດວຽກ ໃນໄລຍະ 1 ປີຜ່ານມາ ວ່າ:

  • ສາມາດເກັບກໍາສະຖິຕິໃນທົ່ວແຂວງ ມີ 53.059 ຫຼັງຄາເຮືອນ, ມີ 53.769 ຄອບຄົວ, ມີຈໍານວນພົນທົງໝົດ 311.216 ຄົນ, ຍິງ 165.810 ຄົນ
  • ໄດ້ຂຶ້ນສໍາມະໂນຄົວແລ້ວ 53.423 ຄອບຄົວ, ຍັງບໍ່ທັນໄດ້ຂຶ້ນສໍາມະໂນຄົວ 346 ຄອບຄົວ, ມີ 2.276 ຄົນ, ຍິງ 1.167 ຄົນ, ຄົນເພີ່ມ 9.067 ຄົນ, ຍິງ 4.351 ຄົນ, ຄົນຫຼຸດ 656 ຄົນ, ຍິງ 285 ຄົນ
  • ທົ່ວແຂວງມີໂຮງແຮມ 34 ແຫ່ງ, ເຮືອນພັກ 87 ແຫ່ງ, ເຮືອນໃຫ້ເຊົ່າ 27 ແຫ່ງ, ຂຶ້ນທະບຽນສໍາເລັດ 100%
  • ມີຮ້ານບັນເທິງ 9 ແຫ່ງ, ຮ້ານກີນດື່ມ 149 ແຫ່ງ, ຮ້ານຄາຣາໂອເກະ 7 ແຫ່ງ, ຂຶ້ນທະບຽນສໍາເລັດ 100%.

ນອກນີ້, ລົງຝືກອົບຮົມພາລະບົດບາດ, ສິດ ແລະ ໜ້າທີ່ ປກສ ກຸ່ມ, ປກສ ບ້ານ ຢູ່ເມືອງທ່າພະບາດ ແລະ ເມືອງໄຊຈໍາພອນ ສໍາເລັດ 100%, ເກັບກໍາສະຖິຕິຄອບຄົວ ແລະ ບ້ານປອດຄະດີໄດ້ 121 ບ້ານ, ມີ 24.930 ຄອບຄົວ, ລົງເຄື່ອນໄຫວເກັບກໍາບັນດາປະກົດການຫຍໍ້ທໍ້ຢູ່ 7 ຕົວເມືອງ ໄດ້ 108 ຄັ້ງ, ສົ່ງພະນັກງານລົງກໍ່ສ້າງຮາກຖານ ຢູ່ເມືອງບໍລິຄັນ ແລະ ເມືອງວຽງທອງ 24 ສະຫາຍ ແລະ ຂຶ້ນທະບຽນຄຸ້ມຄອງອາວຸດ ໃຫ້ພະນັກງານ-ນັກຮົບ, ອອກບັດປະຈໍາຕົວໃຫ້ພະນັກງານ ແລະ ປະຊາຊົນໄດ້ 13.583 ບັດ, ປ່ຽນບັດໃໝ່ 5.379 ບັດ.

ໂອກາດດັ່ງກ່າວ, ພົຈວ ຄໍາສາຍ ຈັນທະວົງ ຍັງໄດ້ມອບຄອມພິວເຕີ ຈໍານວນ 1 ຊຸດ ໃຫ້ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງບໍລິຄໍາໄຊ ເພື່ອນໍາໃຊ້ເຂົ້າວຽກງານວິຊາສະເພາະ ໃຫ້ມີຄາມສະດວກຕື່ມ.