ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2019 ຈັດຂຶ້ນໃນວັນທີ 10 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມທັງຄະນະກໍາມະການ, ກອງເລຂາ ຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ຂັ້ນສູນກາງ, ຂັ້ນແຂວງ, ແລະ ພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ເປັນປະທານໂດຍ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ

ທ່ານ ປອ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ:

ໃນປີ 2019 ນີ້, ໄດ້ກ້າວເຂົ້າສູ່ປີທີ 4 ແຫ່ງການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານ ດ້ານໂພຊະນາການແຫ່ງຊາດ, ການຈັດຕັ້ງປະຕິບັດໃນ 22 ມາດຕະການ, ໂພຊະນາການໄດ້ປົກຄຸມແຂວງ, ເມືອງ ແລະ ບ້ານບຸລິມະສິດ ພ້ອມທັງໄດ້ຍົກສູງລະດັບຄຸນນະພາບຂອງ ການບໍລິການວຽກໂພຊະນາການ ໃນຂອບເຂດທົ່ວປະເທດ, ໄດ້ມີການເອົາໃຈໃສ່ຢ່າງສູງ ເສີມຂະຫຍາຍການຈັດຕັ້ງປະຕິບັດວຽກດັ່ງກ່າວ ໃນຂອບເຂດທົ່ວປະເທດ.

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2019

ຍິ່ງໄປກວ່ານັ້ນ, ບັນດາຂະແໜງການກ່ຽວຂ້ອງ ພ້ອມທັງ ອົງການຈັດຕັ້ງມະຫາຊົນ ແລະ ຂະແໜງການອື່ນໆ ກໍໄດ້ຍາດແຍ່ງເອົາການຊ່ວຍເຫຼືອຈາກພາກເອກະຊົນ, ສາກົນ, ປະສານງານຮ່ວມມືກັນ ພ້ອມທັງສຶກສາອົບຮົມປຸກລະດົມຂົນຂວຍປະຊາຊົນ ໃນການແກ້ໄຂບັນຫາໂພຊະນາການ ເຊິ່ງເຫັນໄດ້ວ່າ:

ວຽກງານໂພຊະນາການ ໃນທົ່ວສັງຄົມ ໄດ້ເປັນຂະບວນການທີ່ພົ້ນເດັ່ນສົມຄວນ, ປະຊາຊົນໄດ້ສະແຫວງຫາ, ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ການຮັກສາສຸຂະພາບໂພຊະນາການ, ປະຊາຊົນໄດ້ມີພຶດຕິກໍາປູກ ແລະ ບໍລິໂພກພືດຜັກໝາກໄມ້ທໍາມະຊາດປອດສານພິດ, ດື່ມເຄື່ອງດື່ມທີ່ມີໂພຊະນາການເພີ່ມຂຶ້ນ ແລະ ມີການອອກກຳລັງກາຍ ຟົດຟື້ນສົມຄວນ.

ສ່ວນຢູ່ທ້ອງຖິ່ນຊົນນະບົດ ກໍມີບັນດາໂຄງການແກ້ໄຂ ດ້ານໂພຊະນາການ ເຊັ່ນ: ມີການກະຕຸກຊຸກຍູ້, ສ້າງໃຫ້ປະຊາຊົນເປັນເຈົ້າການໃນການປູກ, ການລ້ຽງ, ການຜະລິດສະບຽງອາຫານ ແລະ ຮູ້ການບໍລິໂພກອາຫານທີ່ເປັນປະໂຫຍດ ພ້ອມທັງຮັກສາສຸຂະພາບ, ໂດຍສະເພາະ ໃນແມ່ຍິງ ແລະ ເດັກນ້ອຍ.

ຕໍ່ກັບບັນຫາດັ່ງກ່າວ, ຈຶ່ງເຮັດໃຫ້ການແກ້ໄຂບັນຫາຂາດອາຫານຂອງເດັກ ລຸ່ມ 5 ປີ ໂດຍສະເພາະ ໃນ 2 ຕົວຊີ້ວັດຂອງຊາດ ຄື: ອັດຕາການຂາດສານອາຫານ ປະເພດລວງສູງບໍ່ໄດ້ມາດຕະຖານ ແລະ ນໍ້າໜັກຫຼຸດມາດຕະຖານ ໄດ້ຫຼຸດລົງ ແລະ ບັນລຸຄາດໝາຍທີ່ສະພາຮັບຮອງເອົາ, ພິເສດ ລັດຖະບານຍັງໄດ້ຮັບຮອງເອົາ ດໍາລັດຄວບຄຸມຜະລິດຕະພັນອາຫານເດັກອ່ອນ ແລະ ເດັກນ້ອຍ ທີ່ທາງຂະແໜງການສາທາລະນະສຸກ ໄດ້ນໍາສະເໜີ ເຊິ່ງເປັນລະບຽບການທີ່ມີຄວາມສໍາຄັນໃນການສະໜັບສະໜູນ, ສົ່ງເສີມ ແລະ ປົກປ້ອງການລ້ຽງລູກດ້ວຍນົມແມ່ ໃຫ້ເດັກນ້ອຍລາວເຮົາ ໄດ້ມີພູມຄຸ້ມກັນຕໍ່ພະຍາດ, ພ້ອມທັງສະຫຼາດສະຫຼຽວ.