ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ ໃນວັນທີ 7 ທັນວາ 2019, ເປັນປະທານໂດຍ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ແລະ ພັອ ຮ່ວງແທງຟອງ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫວ້ ສສ ຫຽວດນາມ, ໂດຍມີຄະນະ, ພະນັກງານທີ່ກ່ຽວຂ້ອງ ທັງ 2 ຝ່າຍ ເຂົ້າຮ່ວມ.

ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ

ກອງປະຊຸມຄັ້ງນີ້, ທັງ 2 ຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບການຕ່າງໆໂດຍຫຍໍ້ ເປັນຕົ້ນແມ່ນ ການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ຂອງສອງອົງການຈັດຕັ້ງ, ຍາມໃດກໍມີການປະສານງານ ແລະ ອໍານວຍຄວາມສະດວກ ໃຫ້ແກ່ກັນແລະກັນ ໃນການເຄື່ອນໄຫວເຜີຍແຜ່ລະບຽບການເຂົ້າ-ອອກຊາຍແດນ, ລົງເລິກແທດເຖິງປະຊາຊົນຝ່າຍ ລາວ-ຫວຽດນາມ ທີ່ອາໃສຢູ່ລຽບຕາມຊາຍແດນ ໄດ້ເຂົ້າໃຈ ແລະ ເຄົາລົບລະບຽງກົດໝາຍຂອງສອງປະເທດ ຢ່າງເຄັ່ງຄັດ.

ລາວ-ຫວຽດນາມ

ໂດຍສະເພາະແມ່ນ ບໍ່ໃຫ້ປະຊາຊົນສອງປະເທດ ລະເມີດພູມລໍາເນົາເຂດນໍ້າແດນດິນ, ການສ້າງຄອບຄົວລະຫວ່າງປະຊາຊົນສອງຝ່າຍ ທີ່ບໍ່ຖືກຕ້ອງຕາມລະລຽບ ແລະ ກົດໝາຍຂອງສອງປະເທດວາງອອກ. ນອກນັ້ນ, ທັງສອງຝ່າຍ ຍັງເຫັນດີເປັນເອກະພາບກັນກ່ຽວກັບ ວຽກງານ ຕ້ານສະກັດກັ້ນການຄ້າມະນຸດ-ໂສເພນີ, ການຄ້າຂາຍເຖື່ອນ, ສະກັດກັ້ນການຄ້າ-ຂາຍສິ່ງເສບຕິດ, ກໍ່ອາຊະຍາກໍາ, ສາສະໜາ ແລະອື່ນໆ ທີ່ອາດຈະສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງລະຫວ່າງຊາດ ຂອງສອງປະເທດ.

ລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອສືບສານສາຍພົວພັນພິເສດ ລະຫວ່າງ ລາວ-ຫວຽດນາມ

ໃນຕໍ່ໜ້າ, ທັງສອງຝ່າຍ ຈະໄດ້ພ້ອມກັນເປັນເຈົ້າການ ສືບຕໍ່ຮັກສາຄວາມສະຫງົບຕາມຊາຍແດນ ເປັນຕົ້ນແມ່ນ ການເກັບກໍາການເໜັງຕີງຂອງພົນລະເມືອງ, ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ກວດລ້າງຝ່າຍກົງກັນຂ້າມ ທີ່ລີ້ຊ້ອນຕາມຮາກຖານບ້ານ, ຊຸມຊົນ ແລະ ບໍລິເວນອື່ນໆ.

ພ້ອມທັງສືບຮູ້ແຈ້ງວຽກງານນອກເຂດ ໂດຍໃຫ້ມີການແຈ້ງສະພາບທີ່ອາດຈະເກີດຂຶ້ນ ຫຼື ພວມເກີດຂຶ້ນໃຫ້ວ່ອງໄວທັນການ ແລະ ສືບຕໍ່ຈັດຕັ້ງປະຕິບັດຜົນງານດ້ານດີ, ຊັບຊຶມແໜ້ນວິໃນ, ແນວທາງ, ລະບຽງ ແລະ ກົດໝາຍຂອງສອງປະ ເທດ, ສອງກໍາລັງປະກອບອາວຸດ ໃຫ້ແໜ້ນແກ່ນເລິກເຊິ່ງ ແລະ ຮັບປະກັນໃຫ້ມີຄວາມສະຫງົບ.

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອສືບສານສາຍພົວພັນພິເສດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເພີ່ມພູນຄູນສ້າງ, ຖະໜອມຮັກໄມຕີຈິດມິດຕະພາບທີ່ດີ ທີ່ມີຕໍ່ກັນແລະກັນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.