ເນັ້ນ ນັກສຶກສາ ພັດທະນາຄວາມຮູ້ດ້ານເຕັກໂນໂລຊີ-ຂ່າວສານ ທັນສະໄໝ

0
1545

ໃນວັນທີ 11 ທັນວາ, ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວໂອ້ລົມຕໍ່ພະນັກງານ ແລະ ນັກຮຽນ-ນັກສຶກສາ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍເນັ້ນໃຫ້ຊາວໜຸ່ມ ໃນຍຸກໂລກາພິວັດ, ຍຸກເຕັກໂນໂລຊີຂ່າວສານທີ່ທັນສະໄໝ ໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອຍົກລະດັບພັດທະນາ ຄວາມຮູ້-ຄວາມສາມາດ ໂດຍສະເພາະແມ່ນ ຂໍ້ມູນຂ່າວສານ, ພາສາຕ່າງປະເທດ ແລະ ອາຊີວະສຶກສາ.

ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ທິດຊີ້ນໍາ ວ່າ:

ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ

1. ຊາວໜຸ່ມຕ້ອງຮັບຮູ້ມູນເຊື້ອຂອງພັກ-ຂອງຊາດ, ຂອງຊາວໜຸ່ມ, ກອງທັບ, ກໍາລັງປະກອບອາວຸດ, ການອະນຸລັກ-ຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງບັນດາເຜົ່າ ແລະ ຊາດ ເພື່ອສະແດງເຖິງຄວາມມີນໍ້າໃຈຮັກຂາດອັນແທ້ຈິງ.

2. ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດ ທາງດ້ານເຕັກໂນໂລຊີ, ຂໍ້ມູນຂ່າວສານ, ພາສາຕ່າງປະເທດ ຄຽງຄູ່ກັບ ການເອົາໃຈໃສ່ຍົກລະດັບສາຍອາຊີວະສຶກສາ ເປັນຕົ້ນແມ່ນ: ກະສິກໍາ, ອຸດສາຫະກໍາ ແລະອື່ນໆ ທັງພາຍໃນ ແລະ ຕ່າງປະເທດ; ເມື່ອຮຽນຮູ້ແລ້ວ ຕ້ອງຮູ້ໜູນໃຊ້ເຂົ້າໃນວຽກງານຕົວຈິງ, ແຕ່ບໍ່ໝາຍຄວາມວ່າ ຕ້ອງເຂົ້າເຮັດວຽກນໍາພັກ-ລັດ ເທົ່ານັ້ນ ຄວນຫັນເຂົ້າໄປປະກອບການເຂົ້າເຮັດວຽກໃນໂຮງຈັກ-ໂຮງງານ ແລະ ບັນດາໂຄງການອື່ນໆ ທີ່ສາມາດລ້ຽງຊີບໄດ້.

3. ສ້າງມາດຕະຖານຍົກລະດັບແຮງງານ, ນັກວິຊາການມືອາຊີບ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

4. ສ້າງສາຍພົວພັນຮ່ວມມືກັບບັນດາຊາວໜຸ່ມ, ເພື່ອນມິດຍຸດທະສາດ, ພາກພື້ນ-ສາກົນ ຕາມຄວາມສາມາດ ເພື່ອຍາດແຍ່ງຄວາມຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນ ໃນການພັດທະນາຊາວໜຸ່ມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນເລື້ອຍໆ.

5. ກໍ່ສ້າງ-ພັດທະນາຊັບພະຍາກອນມະນຸດ ເຊັ່ນ: ຖອດຖອນບົດຮຽນ, ປັບປຸງກົນໄກປະສານງານ, ບໍລິຫານ, ແບບແຜນວິທີເຮັດວຽກ ດ້ານວິທະຍາສາດເທັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ແລກປ່ຽນປະສົບການ ດ້ານວິຊາ ການ, ວັດທະນະທໍາ, ສິລະປະ-ກິລາ, ສ້າງ, ປັບປຸງນະໂຍບາຍ, ນິຕິກໍາ ແລະ ຂໍ້ກໍານົດກົດໝາຍໃຫ້ຄຽງຄູ່ ແລະ ແທດເໝາະກັບພາກສ່ວນອື່ນ.

6. ການປັບປຸງວຽກງານກິລາ-ກາຍະກໍາ ຕ້ອງເອົາໃຈໃສ່ແຕ່ສູນກາງລົງທ້ອງຖິ່ນ, ສະໜອງພື້ນຖານໂຄງລ່າງ, ອຸປະກອນກິລາ ໃຫ້ໄດ້ຕາມເງື່ອນໄຂທີ່ເໝາະສົມຕົວຈິງ, ຍາດແຍ່ງການຊ່ວຍເຫຼືອຈາກສັງຄົມ, ຊຸມຊົນ ແລະ ອົງການທັງພາຍໃນ ແລະ ຕ່າງປະເທດ.

ນອກຈາກນີ້, ຊາວໜຸ່ມ-ໄວໜຸ່ມ ຕ້ອງຄຽງຄູ່ກັບ ການພັດທະນາກິລາ-ກາຍຍະກໍາ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ນັບທັງຊົນນະບົດ ແລະ ຕົວເມືອງ, ໃຫ້ມີລັກສະນະວິທະຍາສາດກວ້າງໄກ ສາມາດເຊື່ອມໂຍງລະຫວ່າງປະເທດ, ເພື່ອນມິດສາກົນ ແລະ ໃຫ້ສາມາດເຂົ້າຮ່ວມການແຂ່ງຂັນກິລາປະເພດຕ່າງໆ ໃນລະດັບພາກພື້ນ-ສາກົນ ເພື່ອເຮັດໃຫ້ບົດບາດກິລາຂອງລາວເຮົາສູງຂຶ້ນຢ່າງຕໍ່ເນື່ອງ. ບໍ່ພຽງເທົ່ານີ້, ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດພາລະກິດຂອງຕົນ ໃນການພັດທະນາວຽກງານການສຶກສາ ໃຫ້ມີຄຸນນະພາບທັງດ້ານປະລິມານ ແລະ ປະກົດຜົນເປັນຈິງ ທຽບເທົ່າກັບ ສາກົນ.

ໃນພິທີດັ່ງກ່າວ, ເຂົ້່າຮ່ວມໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະພັກ, ຄະນະນໍາ ແລະ ແຂກຮັບເຂີນ.