ສ່ວຍສາອາກອນ ສະຫຼຸບການເກັບລາຍຮັບ ແລະ ບາງວຽກງານຈຸດສຸມ 2019

0
1427

ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ລາຍງານຄວາມຄືບໜ້າແຜນວຽກຈຸດສຸມຂອງ ຂະແໜງສ່ວຍສາອາກອນ ປະຈໍາຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2019, ເປັນປະທານໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ, ເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລົດຖະມົນຕີ ລັດຖະມົນຕີກະຊວງການເງິນ, ພ້ອມທັງມີ ຄະນະກົມ ອ້ອມຂ້າງ ກະຊວງການເງິນ, ຕາງໜ້າຈາກຂະແໜງການຕ່າງໆ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ສົມດີ ດວງດີ ຮອງນາຍົກລົດຖະມົນຕີ ລັດຖະມົນຕີກະຊວງການເງິນ

ໃນກອງປະຊຸມ ໄດ້ສະຫຼຸບກ່ຽວກັບ ການຈັດຕັ້ງປະຕິບັດ ການຄຸ້ມຄອງເກັບລາຍຮັບ ສ່ວຍສາອາກອນ 11 ເດືອນ ປີ 2019 ປະຕິບັດໄດ້ 9.509,2 ຕື້ກີບ ເທົ່າກັບ 77,2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5,5%.

  • ກົມສ່ວຍສາອາກອນ ປະຕິບັດໄດ້ 5.593,1% ຕື້ກີບ ເທົ່າກັບ 74,5% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 9,3%.
  • ບັນດາແຂວງ ປະຕິບັດໄດ້ 3.916,0 ຕື້ກີບ ເທົ່າກັບ 81,4% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 0,4%.
  • ລາຍຮັບວິຊາການ, ຄ່າທໍານຽມ ແລະ ວີຊ່າຂອງ ກົມສ່ວຍສາອາກອນ ປະຕິບັດໄດ້ 1.507,6 ຕື້ກີບ ເທົ່າກັບ 74,1% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21,4%.
  • ຄ່າທໍານຽມທາງ ປະຕິບັດໄດ້ 86,2 ຕື້ກີບ ເທົ່າກັບ 107,8% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 9,3%.
  • ລາຍຮັບພາສີທີ່ດິນ ປະຕິບັດໄດ້ 167,5 ຕື້ກີບ ເທົ່າກັບ 77,9% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 0,3%.
  • ການກວດກາ ປະຕິບັດໄດ້ 251,1 ຕື້ກີບ ເທົ່າກັບ 63,7% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,6%.

ສໍາລັບທິດທາງແຜນການ ໃນເດືອນທັນວາ 2019 ນີ້, ຈະສືບຕໍ່ຕິດຕາມການແບ່ງຄວາມຮັບຜິດຊອບ ໃຫ້ວິຊາການຢ່າງຂາດຕົວ ຈໍານວນ 438 ຫົວໜ່ວຍ, ປະສານສົມທົບ ແລະ ເລັ່ງຕິດຕາມ ການປະຕິບັດລາຍຮັບ-ລາຍຈ່າຍ, ຄ່າທໍານຽມ ແລະ ກອງທຶນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ທັນເວລາ, ສືບຕໍ່ໂຄສະນາຄ່າທໍານຽມທາງ ແລະ ພາສີທີ່ດິນ ໃຫ້ສັງຄົມຮັບຮູ້ຫຼາຍຂຶ້ນ, ສືບຕໍ່ວຽກງານກວດກາຄົບຊຸດ ໃຫ້ສໍາເລັດຕາມແຜນ ໃຫ້ໄດ້ລາຍຮັບໃນເດືອນ 12 ຈໍານວນ 225 ຕື້ກີບ, ສືບຕໍ່ເລັ່ງທວງໜີ້ຄ້າງມອບ ຈາກການກວດກາທີ່ມີບົດບັນທຶກແລ້ວ, ສົມທົບກັບ ກົມພາສີ ອອກມາດຕະການຄຸ້ມຄອງການນໍາເຂົ້າສິນຄ້າ.

ກົມສ່ວຍສາອາກອນ ກະຊວງການເງິນ

ນອກຈາກນີ້, ຕ້ອງລົງຊຸກຍູ້ ແລະ ຫັນປ່ຽນ ບັນດາຫົວໜ່ວຍວິສາຫະກິດ ໃຫ້ປະຕິບັດອາກອນມູນຄ່າເພີ່ມ, ພ້ອມທັງຂຶ້ນທະບຽນນໍາໃຊ້ ເຄື່ອງບັນທຶກການຂາຍ-ບໍລິການ ແລະ ຮັບຮອງໃບເກັບເງິນ ໃນ ນວ.