ຫ້ອງການກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ນຳເອົາເຄື່ອງມື ແລະ ອຸປະກອນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ມອບໃຫ້ ຫ້ອງຕໍາຫຼວດ ປກສ ແຂວງ ໃນວັນທີ 12 ທັນວາ 2019; ຕາງໜ້າມອບໂດຍ ພັທ ກອງມະນີ ຊົມມີໄຊ ຫົວໜ້າຫ້ອງການ ປກສ ແຂວງ, ຕາງໜ້າຮັບໂດຍ ພັທ ສີນະຄອນ ນາມມະລາດ ຮອງຫົວໜ້າ ຫ້ອງຕຳຫຼວດ , ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພະຍານ.

ມອບເຄື່ອງ ວິຊາສະເພາະໃຫ້ຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ
ມອບເຄື່ອງວິຊາສະເພາະໃຫ້ຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ

ເຄື່ອງທີ່ມອບໃນຄັ້ງນີ້ປະກອບມີ: ໂຟນີຕິດຕັ້ງໃນລົດ 1 ຊຸດ, ໂຟນີກັນນໍ້າ-ກັນກະທົບ ພ້ອມອັງແຕນ 6 ເຄື່ອງ, ໂຟນີຖື 6 ເຄື່ອງ, ກະລັບມື 15 ອັນ, ກະບອງຢາງແຂງສີ 5 ອັນ, ສະເປ
ພິກໄທ 5 ປ໋ອງ, ກະບອງໄຟຟ້າ 3 ອັນ, ກ້ອງຖ່າຍຮູບ Canon 1 ໜ່ວຍ, ກ້ອງຖ່າຍຮູບວີດີໂອ Sony 1 ໜ່ວຍ, ເສື້ອປ້ອງກັນກະທົບ 5 ໂຕ, ແລະ ເຄື່ອງໃຊ້ວິຊາສະເພາະອີກນໍານວນໜຶ່ງ; ອຸປະກອນດັ່ງກ່າວແມ່ນໄດ້ມາຈາກການສະໜັບສະໜູນຈາກກອງບັນຊາການທະຫານ
ຊາຍແດນ ແຂວງກວາງຈິ ສສ ຫວຽດນາມ.

ໃນໂອກາດດຽວກັນ, ທ່ານຮອງຫົວໜ້າຫ້ອງຕໍາຫຼວດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຫ້ອງການກອງບັນຊາການ ປກສ ແຂວງ ທີ່ເຫັນໄດ້ຄວາມໝາຍ-ຄວາມສຳຄັນຂອງໜ້າທີ່ວຽກງານດັ່ງກ່າວ; ພ້ອມທັງຈະນຳເຄື່ອງມອບໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເກີດປະໂຫຍດສຸງສຸດ ກໍຄືການສຸມໃສ່ປະຕິບັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນວຽກງານສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.