ທາບທາມ ຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື

0
707
ສະຫາຍ ພັອ ສີເວີນ ແກ້ວສີວົງສາ ປະທານກອງປະຊຸມ ທາບທາມຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື
ສະຫາຍ ພັອ ສີເວີນ ແກ້ວສີວົງສາ ປະທານກອງປະຊຸມ ທາບທາມຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື

ກອງບັນຊາການ ປກສ ແຂວງອັດຕະປື ຈັດກອງປະຊຸມ ທາບທາມຄະນະພັກ ກອງບັນຊາການຮອບທີ I ໃນວັນທີ 11 ທັນວາ 2019 ເປັນປະທານໂດຍ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ເລຂາຄະນະພັກ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອັດຕະ
ປື, ມີບັນດາຄະນະຈັດຕັ້ງແຂວງ, ຄະນະພັກ-ຄະນະກອງບັນຊາການ, ຕະຫຼອດຮອດສະມາຊິກພັກສົມບູນອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ກອງປະຊຸມ ທາບທາມຄະນະພັກ ກອງບັນຊາການ ປກສ ແຂວງອັດຕະປື

ກອງປະຊຸມ ສະຫາຍ ຄຳເສົາ ອຳມະສອນ ຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະເຂົ້າສະໝັກເປັນຄະນະພັກກອງບັນຊາການ ປກສ ແຂວງ ສະໄໝທີ 7; ເຊິ່ງປະກອບມີ 5 ມາດຖານ ທີ່ພັກໄດ້ກຳນົດໄວ້ຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ານຄວາມຮູ້, ດ້ານຄວາມສາມາດ, ດ້ານແບບແຜນວິທີເຮັດວຽກ ແລະ ດ້ານສຸຂະພາບ.

ສະຫາຍ ພັອ ສີເວີນ ແກ້ວສີວົງສາ ນຳພາສະມາຊິກພັກສົມບູນປ່ອນບັດເລືອກເອົາຄະນະພັກກອງບັນຊາການ ປກສ ແຂວງອັດຕະປື ຊຸດໃໝ່
ສະຫາຍ ພັອ ສີເວີນ ແກ້ວສີວົງສາ ນຳພາສະມາຊິກພັກສົມບູນປ່ອນບັດເລືອກເອົາຄະນະພັກກອງບັນຊາການ ປກສ ແຂວງອັດຕະປື ຊຸດໃໝ່

ສະຫາຍ ພັອ ສີເວີນ ແກ້ວສີວົງສາ ໄດ້ກ່າວວ່າ: ການທາບທາມໃນຄັ້ງນີ້ ແມ່ນໂດຍອີງໃສ່ທິດຊີ້ນຳຂອງແຂວງ ກໍຄືກະຊວງປ້ອງກັນຄວາມສະຫງົບ ແລະ ຮອດວາລະຂອງການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ, ສະຫາຍ ໄດ້ເນັ້ນໜັກບາງບັນຫາໃຫ້ສະມາຊິກພັກຕ້ອງໄດ້ຄົ້ນ ຄວ້າພິຈາລະນາຢ່າງພາວະວິໃສໃນການເລືອກເອົາຜູ້ທີ່ຈະເປັນຜູ້ຊີ້ນຳ-ນໍາພາ ເປັນຕົ້ນແມ່ນ ແນໃສ່ມາດຖານເງື່ອນໄຂຕາມລະບຽບຂອງພັກທີ່ໄດ້ກຳນົດໄວ້, ທັງນີ້ກໍເພື່ອແນໃສ່ໃຫ້ກຳລັງປ້ອງກັນ ຄວາມສະຫງົບ ເວົ້າລວມ ເວົ້າສະເພາະ
ແມ່ນກຳລັງປ້ອງກັນຄວາມສະຫງົບແຂວງອັດຕະປື ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນດີຂຶ້ນເທື່ອລະກ້າວ.