ທ້າວ ຄຳສະໄໝ (ຈຳເລີຍ) ອາຍຸ 23 ປີ ຢູ່ບ້ານໂພສີທ່າ ເມືອງທ່າແຂກ ແຂວງຄຳມ່ວນ ຖືກສານປະຊາຊົນຂັ້ນ ຕົ້ນແຂວງຄຳມ່ວນ ຕັດສິນຈຳຄຸກ 6 ປີ 6 ເດືອນ ປັບໃໝ 16.000.000 ກີບ ໃນສະຖານການຄ້າຂາຍຢາເສບຕິດ, ລັກຊັບ ແລະ ສໍ້ໂກ້ງຊັບພົນລະເມືອງ ໃນວັນທີ 9 ທັນວາ ຜ່ານມານີ້.

ກ່ອນລົງຄຳຕັດສິນ, ຄະນະສານໄດ້ຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີ ຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ເຫັນວ່າ ມີຂໍ້ມູນຫຼັກຖານໜັກແໜ້ນພຽງພໍທີ່ສາມາດຢັ້ງຢືນວ່າ ທ້າວ ຄຳສະໄໝ ແມ່ນມີເຈດຕະນາ ກະທຳຜິດໃນສະຖານຄ້າຂາຍຢາເສບຕິດ, ການລັກຊັບ ແລະ ການສໍ້ໂກ້ງຊັບ ສະແດງອອກ: ທ້າຍປີ 2018 ໄດ້ຮູ້ຈັກກັບ ນາງ ນາງ ອາຍຸປະມານ 25 ປີ ຢູ່ບ້ານຫຼັກ 25 ເມືອງປະທຸມພອນ ແຂວງຈຳປາສັກ ທັງສອງໄດ້ພົວພັນຄ້າຂາຍຢາເສບຕິດ ແລະ ທັງສອງໄດ້ຮ່ວມກັນລັກລອບຄ້າຂາຍຢາເສບຕິດມາແລ້ວຫຼາຍຄັ້ງ, ມາເດືອນມັງກອນ 2019 ຈຳເລີຍ ໄດ້ຢືມລົດຈັກເວບຈີນ ຂອງໝູ່ນາງ ແອັມ ອາຍຸ 30 ປີ ຢູ່ບ້ານນາຫຍ້າຫວາຍ ເມືອງທ່າແຂກ, ແລ້ວເອົາລົດຄັນດັ່ງກ່າວ ໄປຂາຍໃຫ້ ນາງ ແຕ໋ວ ອາຍຸ 40 ປີ ຢູ່ບ້ານຈອມເພັດ ເມືອງທ່າແຂກ ໃນລາຄາ 500.000 ກີບ, ເມື່ອໄດ້ເງິນມາ ແລ້ວຈຳເລີຍ ໄດ້ເອົາໄປໃຊ້ຈ່າຍສ່ວນ ຕົວຈົນໝົດ.

ຕໍ່ມາ, ຈຳເລີຍໄດ້ໄປລັກລົດຈັກຮອນດ້າດີ່ມ ສີຂາວ ຂອງທ້າວ ພອນສີ ເພາະເປັນຄົນຮູ້ຈັກກັນ, ແລ້ວເອົາໄປຂາຍໃຫ້ທ້າວ ດີ ຢູ່ບ້ານຫຼັກ 25 ເມືອງປະທຸມພອນ ທີ່ເປັນພໍ່ຂອງນາງ ນາງ ໃນລາຄາ 500.000 ກີບ ແລ້ວເອົາເງິນໃຫ້ນາງ ນາງ ໝົດ. ຈາກນັ້ນ, ຈຳເລີຍ ກັບ ທ້າວ ເກດ ໄດ້ພາກັນໄປລັກລົດເວບຈີນສີດຳ ຢູ່ສັງວຽນຕີໄກ່ບ້ານຈອມເພັດ ເມືອງທ່າແຂກ. ຄັ້ງນີ້, ທ້າວ ເກດ ເປັນຄົນເອົາໄປຂາຍຄົນດຽວ, ມາເດືອນກຸມພາ 2019 ຈຳ ເລີຍ ໄດ້ຢືມລົດຈັກຮອນດ້າ ຍີ່ຫໍ້ສະ ກຸບປີ້ສີດຳ ຂອງນາງ ແຕ໋ວ ແລ້ວຂັບຂີ່ໄປຮັບນາງ ນາງ ຢູ່ຕະຫຼາດນາໂບ ເມືອງທ່າແຂກ ແລ້ວຂັບລົດໄປບ້ານຫຼັກ 25 ເມືອງປະທຸມພອນ ແຂວງຈຳປາສັກ. ພາຍຫຼັງຮອດແຂວງຈຳປາສັກ ແລ້ວ, ນາງ ນາງ ກັບພໍ່ ໄດ້ລັກເອົາລົດຄັນທີ່ຈຳເລີຍຢືມມານັ້ນ ໄປຂາຍໃນລາຄາ 4.000.000 ກີບ ໂດຍທີ່ຈຳ ເລີຍບໍ່ຮູ້ເລື່ອງ, ນາງ ນາງ ໄດ້ຊວນຈຳເລີຍໄປຫຼິ້ນຢູ່ແຂວງອັດຕະປື. ເມື່ອໄປຮອດນາງ ນາງ ໄດ້ບອກໃຫ້ ຈຳເລີຍນອນພັກຖ້າຢູ່ເຮືອນພີ່ນ້ອງ. ສ່ວນ ນາງ ນາງ ແມ່ນໄດ້ໄປຫຼິ້ນຢູ່ຮ້ານຄົນຮູ້ຈັກເປັນເວລາ 3 ວັນ.

ຈາກນັ້ນ, ນາງ ນາງ ຈື່ງໂທລະສັບຫາຈຳເລີຍ ໃຫ້ໄປມາຮັບເອົາຢູ່ຮ້ານດັ່ງກ່າວ ເມື່ອຈຳເລີຍໄປຮອດຮ້ານ ນາງ ນາງ ໄດ້ວາງແຜນໃຫ້ຈຳເລີຍລັກເອົາເງິນຢູ່ໃນຮ້ານ ເພາະເຈົ້າຂອງຮ້ານບໍ່ຢູ່ໄດ້ເງິນ 3.300.000 ກີບ, ກີ້ສາຍຄໍຄຳ 1 ອັນ ໂທລະສັບຊຳຊຸງ ສີປອນທອງ 1 ໜ່ວຍ. ເມື່ອລັກໄດ້ແລ້ວ, ກໍເອົາໄປເຊົ່າບ້ານພັກຢູ່ຄີວລົດເມແຂວງອັດຕະປື. 2 ວັນຕໍ່ມາ, ທັງສອງໄດ້ຈ້າງລົດເມເມືອບ້ານຫຼັກ 25. ພໍມາຮອດເຮືອນ ນາງ ນາງ ຈຳເລີຍ ເອົາເງິນໃຫ້ ນາງ ນາງ ຈຳນວນ 3.000.000 ກີບ ແລະ ກີ້ສາຍຄໍຄຳ 1 ອັນ, ສ່ວນ ໂທລະສັບຊຳຊຸງ ແລະ ເງິນ 300.000 ກີບ ຈຳເລີຍໃຊ້ຈ່າຍສ່ວນຕົວໝົດ. ມາວັນທີ 13 ມີນາ 2019, ຈຳເລີຍ ແລະ ນາງ ນາງ ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວມາດຳເນີນຄະດີ.