ວຕປ ເຊື່ອມຊຶມ ຄໍາແນະນຳນະໂຍບາຍ ກ່ຽວກັບ ຊັ້ນ ແລະ ເງິນເດືອນ

0
2058

ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ໄດ້ຈັດຕັ້ງເຊື່ອມຊຶມ ຄໍາແນະນຳການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ກ່ຽວກັບ ການປະດັບຊັ້ນ, ເລື່ອນຊັ້ນ, ດັດແກ້ຊັ້ນ ແລະ ການຍົກຂັ້ນເງິນເດືອນ ໃຫ້ນາຍ ແລະ ພົນຕຳຫຼວດ ໃນກຳລັງ ປກສ ສະບັບເລກທີ 2578/ປກສ ລົງວັນທີ 25 ພະຈິກ 2019 ໂດຍການເປັນປະທານຂອງ ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການ ວຕປ, ພ້ອມທັງມີ ຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຮັບຟັງ.

ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອຳນວຍການ ວຕປ ໄດ້ເຜີຍແຜ່ໃຫ້ຮູ້ວ່າ:

ລັດຖະມົນຕີ ກະຊວງ ປກສ ອອກຄຳແນະນຳສະບັບດັ່ງກ່າວ ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາຂອງ ກົດໝາຍ ວ່າດ້ວຍ ກຳລັງ ປກສ ປະຊາຊົນ (ສະບັບປັບປຸງ) ເລກທີ 20/ສພຊ ລົງວັນທີ 9 ພຶດສະພາ 2017 ກ່ຽວກັບ ການປະດັບຊັ້ນ, ເລື່ອນຊັ້ນ, ດັດແກ້ຊັ້ນ, ເລື່ອນຂ້າມ ແລະ ການຍົກຂັ້ນເງິນເດືອນ ຂອງນາຍ ແລະ ພົນຕຳຫຼວດໃຫ້ລະອຽດຮັດກຸມ, ເປັນບ່ອນອີງໃຫ້ການຄຸ້ມຄອງ ກຳລັງ ປກສ ປະຊາຊົນ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອໃຫ້ມີຄວາມສະດວກ ແລະ ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ.

+ ສໍາລັບຫຼັກການພື້ນຖານໃນການປະດັບຊັ້ນ, ເລື່ອນຊັ້ນ, ດັດແກ້ຊັ້ນ, ເລື່ອນຂ້າມຊັ້ນ ແລະ ການຍົກຂັ້ນເງິນເດືອນ ໃຫ້ນາຍ ແລະ ພົນຕຳຫຼວດ ໃນກຳລັງ ປກສ ປະຕິບັດດັ່ງນີ້:

ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ, ຄົບມາດຕະຖານຂອງນາຍ ແລະ ພົນຕຳຫຼວດ, ຄົບກຳນົດເວລາການເລື່ອນຊັ້ນ ແລະ ສອດຄ່ອງກັບ ຕຳແໜ່ງຂອງຜູ້ບັນຊາ ແຕ່ລະຂັ້ນ.

ມີຜົນງານດີເດັ່ນຕາມການມອບໝາຍສະເພາະຂອງຂັ້ນເທິງ ຫຼື ມີຜົນງານດີເດັ່ນພິເສດ ໃນການປະຕິບັດໜ້າທີ່ວຽກງານຄົ້ນຄວ້າວິທະຍາສາດ, ນິຕິກຳ-ກົດໝາຍ, ການຮໍ່າຮຽນ ຫຼື ມີຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຫຼື ມີຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອື່ນ.

ລວມສູນປະຊາທິປະໄຕ, ພິຈາລະນາເປັນໝູ່ຄະນະ, ຖືເອົາ ກອງປະຊຸມ ຄະນະຮັບຜິດຊອບຄົ້ນຄວ້າ ການປະຕິບັດນະໂຍບາຍ, ວິໄນຕໍ່ນາຍ ແລະ ພົນຕຳຫຼວດ ພິຈາລະນາ, ຍ້ອງຍໍ ແລະ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ.

ນາຍຕຳຫຼວດຜູ້ທີ່ຮອດອາຍຸ 60 ປີຂຶ້ນໄປ ຈະບໍ່ໄດ້ຄົ້ນຄວ້າສະເໜີການເລື່ອນຊັ້ນ (ຂັ້ນພັນເອກລົງມາ, ຍົກເວັ້ນ ຍ້ອນມີຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ).