ຮັກສາການຫົວໜ້າ ປກສ ສະຫວັນນະເຂດ ລົງເຮັດວຽກຢູ່ບັນດາ ປກສ ເມືອງ

0
1521

ໃນທ້າຍອາທິດຜ່ານມາ, ພັອ ສົມໝາຍ ພົມມະຈັນ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ປກສ ເມືອງວິລະບູລີ, ປກສ ເມືອງເຊໂປນ, ປກສ ເມືອງນອງ, ດ່ານສາກົນແດນສະຫວັນ ແລະ ຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ແຂວງສະຫວັນນະເຂດ, ໂດຍມີ ຫົວໜ້າກອງບັນຊາການ ປກສ ເມືອງ, ຫົວໜ້າພະແນກ, ຮອງພະແນກ, ປກສ ກຸ່ມ ບ້ານ ແລະ ພະນັກງານ-ນັກຮົບ ອ້ອມຂ້າງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ຈາກບັນດາຫົວໜ້າ ປກສ ເມືອງ ທັງ 3 ເມືອງ ກ່ຽວກັບ ສະພາບຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຂອງແຕ່ລະເມືອງ ໃນ 1 ປີຜ່ານມາ ຄື:

ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ເປັນປົກກະຕິ, ໂດຍສະເພາະແມ່ນ ນຳເອົາເອກະສານຄຸນສົມບັດສິນທຳປະຕິວັດ, ຂໍ້ກໍານົດ, ມະຕິຄໍາສັ່ງ ແລະ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມາເປັນແນວທາງ ໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ, ເຜີຍແຜ່ ແລະ ຮໍ່າຮຽນໃຫ້ພະນັກງານ-ນັກຮົບ.

ເຊິ່ງເຫັນໄດ້ວ່າ ແຕ່ລະສະຫາຍໄດ້ເຊື່ອມຊຶມ ແລະ ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ ໂດຍຮູ້ຈຳແນກມິດ ແລະ ສັດຕູຢ່າງຈະແຈ້ງ, ມີຈິດໃຈເດັດດ່ຽວໜຽວແໜ້ນ, ຫ້າວຫັນ ໃນການປະຕິບັດມະຕິຄຳສັ່ງ ແລະ ໄດ້ສຶກສາອົບຮົມ ພະນັກງານ-ນັກຮົບ ຢ່າງເນື່ອງນິດລຽນຕິດ. ພ້ອມທັງ ຍັງຖືເອົາການດຳເນີນຊີວິດການເມືອງ ໃນໜ່ວຍພັກ, ຖືເອົາວຽກງານສຶກສາອົບຮົມ ແລະ ການສ່ອງແສງປະຈຳອາທິດ, ປະຈໍາເດືອນ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ຮູ້ກໍາໄດ້ສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ພະຍາຍາມໃຊ້ທຸກວິທີທາງ ເພື່ອກໍ່ຄວາມບໍ່ສະຫງົບ ທາງດ້ານການເມືອງ.

ຈາກນັ້ນ, ທ່ານຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ບັນດາ ປກສ ເມືອງດັ່ງກ່າວ ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນໍາສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກໍາລັງ ໃຫ້ມີຄວາມຮູ້-ຄວາມສາມາດ ແລະ ຄວາມເຂັ້ມແຂງ ທາງດ້ານວຽກງານວິຊາສະເພາະ ພ້ອມທັງເປັນເຈົ້້າການໃນການປ້ອງກັນເວນຍາມ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ. ພ້ອມກັນນີ້, ທ່ານຍັງໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ມາມອບໃຫ້ຕື່ມອີກ.