ໜ່ວຍພັກຮາກຖານ ກົມເລຂາ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນວັນທີ 23 ທັນວາ 2019 ເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 3 ປີຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັອ ຄໍາຫຼ້າ ບົວພະຄຸນ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມເລຂາ, ເຊິ່ງມີ ສະຫາຍ ພັອ ກຽງຄໍາ ອິນແພງທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ພ້ອມດ້ວຍແຂກຮັບເຊີນ ແລະ ພະນັກງານ-ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ເຄນທະວີໄຊ ເພັດພະນາ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າກົມເລຂາ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນຜົນງານ ໃນໄລຍະ 3 ປີ (2016-2018) ຜ່ານມາ ວ່າ:

ຄະນະໜ່ວຍພັກ ກົມເລຂາ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ໃນການເປັນເສນາທິການໃຫ້ ຫ້ອງວ່າການ ກະຊວງ ແລະ ການນໍາ ກະຊວງ, ຄະນະໜ່ວຍພັກກົມ ໄດ້ຊຸກຍູ້, ຊີ້ນໍາ-ນໍາພາໂດຍກົງ ຢ່າງໃກ້ຊິດຕິດແທດກັບ ນາຍ ແລະ ພົນຕໍາຫຼວດ ໃນການປະຕິບັດວຽກງານຂອງແຕ່ລະພາກສ່ວນ.

ພ້ອມນັ້ນ, ກໍເປັນເຈົ້າການຕິດຕາມກວດກາ ສໍາເນົາບັນດາເອກະສານຂາເຂົ້າ-ຂາອອກ ໂດຍປະຕິບັດຕາມກົນໄກ ຜ່ານລະບົບປະຕູດຽວ ຄື ເປັນບ່ອນລວມສູນຂອງ ບັນດາເອກະສານຈາກທຸກພາກສ່ວນທີ່ກ່ຽວຂ້ອງ.

ສ້າງສໍານວນ-ສໍາເນົາບັນດາເອກະສານ ທີ່ຂັ້ນເທິງມີຄໍາເຫັນ ໂດຍປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມຫຼັກການສໍາເນົາເອກະສານ ແລ້ວຈັດສົ່ງກັບຄືນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຢ່າງຖືກຕ້ອງວ່ອງໄວ ແລະ ຮັກສາໄດ້ຄວາມລັບ ສະແດງອອກໃນຜົນງານຕົວຈິງ ເຊັ່ນ:

  • ເອກະສານທີ່ໄດ້ເຂົ້າເລກທີຂາເຂົ້າ ຈໍານວນ 23.439 ສະບັບ
  • ຂາອອກ 17.519 ສະບັບ
  • ສໍາລັບເອກະສານທີ່ມີຄໍາເຫັນອອກ ໂດຍບໍ່ຜ່ານການເຂົ້າເລກທີ ຈໍານວນ 24.850 ສະບັບ, ເອກະສານນຳລາວຖາວອນ ຈໍານວນ 324 ສະບັບ ແລະ ອອກ ຈໍານວນ 298 ສະບັບ
  • ເອກະສານຂໍແຕ່ງດອງ ກັບຄົນຕ່າງປະເທດເຂົ້າ ຈໍານວນ 312 ສະບັບ ແລະ ອອກ ຈໍານວນ 309 ສະບັບ
  • ເອກະສານປະເພດຄໍາຮ້ອງຟ້ອງຕ່າງໆ ຈໍານວນ 489 ສະບັບ
  • ຈັດສົ່ງເອກະສານໃຫ້ ບັນດາກົມກອງອ້ອມຂ້າງ ກະຊວງ ຈໍານວນ 576 ສະບັບ ມີ 1.008 ຈຸດ
  • ຈໍ້າກາ, ຂຽນໃບກິດສໍາພັນ ແລະ ສໍາເນົາເອກະສານທີ່ກ່ຽວຂ້ອງ ຈໍານວນ 25.750 ສະບັບ ແລະ ເອກະສານອື່ນໆ ອີກຈໍານວນໜຶ່ງ

ຈາກຜົນງານດັ່ງກ່າວ, ເຮັດໃຫ້ ໜ່ວຍພັກຮາກຖານ ກົມເລຂາ ໄດ້ຮັບນາມມະຍົດເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 3 ປີຊ້ອນ (2016-2018) ແລະ ໄດ້ຮັບການຍ້ອງຍໍຂັ້ນຕ່າງໆ ເຊັ່ນ:

  • ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 1 ໜ່ວຍ, ຊັ້ນ II ຈໍານວນ 2 ໜ່ວຍ, ຊັ້ນ III ຈໍານວນ 1 ໜ່ວຍ
  • ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 9 ໜ່ວຍ, ຊັ້ນ III ຈໍານວນ 5 ໜ່ວຍ, ຫຼຽນກາຕ່າງໆ ຈໍານວນ 18 ໜ່ວຍ
  • ໃບຍ້ອງຍໍຕ່າງໆ ຈໍານວນ 15 ໃບ

ໃນຕອນທ້າຍ, ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ເຊິ່ງໄດ້ແກ່:

  • ສະຫາຍ ພັອ ຄຳຫຼ້າ ບົວພະຄຸນ ເປັນ ເລຂາ
  • ສະຫາຍ ພັທ ເຄນທະວີໄຊ ເພັດພະນາ ເປັນ ຮອງ
  • ສະຫາຍ ພັທ ໄຄສີ ນິດາພອນ ເປັນປະທານກວດກາ

ໂດຍ ຄະນະໜ່ວຍພັກ ຊຸດໃໝ່ ຕ້ອງສືບຕໍ່ສຸມໃສ່ປັບປຸງກໍ່ສ້າງ ພະນັກງານ-ສະມາຊິກພັກ ໃຫ້ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງ ທາງດ້ານການຈັດຕັ້ງ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ ໃຫ້ດີຂຶ້ນກວ່າເກົ່າ.