ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ ກອງບັນຊາການ ປກສ ແຂວງຊຽງຂວາງ ໃນວັນທີ 18 ທັນວາ 2019 ໂດຍການຕ້ອນຮັບຂອງ ພັທ ປອ ພູວົງ ອຸດທະຈັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ຈາກ ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ເຊິ່ງໄດ້ຍົກໃຫ້ເຫັນ ໃນໄລຍະ 6 ເດືອນຜ່ານມາ ວ່າ:

ສະພາບຄວາມບໍ່ສະຫງົບ ທາງດ້ານການເມືອງ ເຫັນວ່າ ມີຄວາມສະຫງົບໂດຍພື້ນຖານ, ສ່ວນສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍ ທາງສັງຄົມ ແມ່ນຍັງມີກຸ່ມຄົນບໍ່ຫວັງດີ ສືບຕໍ່ເຄື່ອນໄຫວລະເມີດລະບຽບກົດໝາຍ ເຊັ່ນ: ຂີ້ລັກງັດແງະ, ຄ້າ-ຂາຍຢາເສບຕິດ, ສໍ້ໂກງ, ຊີງຊັບ, ອາລະວາດຕີກັນ, ລັກຂຸດຄົ້ນແຮ່ຄໍາຊະຊາຍ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາອັກຄີໄພ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບສິນຂອງລັດ ແລະ ຂອງປະຊາຊົນ.

ນອກຈາກນີ້, ທົ່ວແຂວງຊຽງຂວາງ ຍັງມີຄະດີເກີດຂຶ້ນ 155 ເລື່ອງ ໃນນັ້ນຄະດີອາຍາ 51 ລາຍ, ຄະດີເສດຖະກິດ 27 ເລື່ອງ, ຄະດີຄ້າມະນຸດ 9 ເລື່ອງ, ຄະດີຢາເສບຕິດ 17 ເລື່ອງ, ຄະດີອຸບັດຕິເຫດ 48 ເລື່ອງ ແລະ ຄະດີອັກຄີໄພ 3 ລາຍ.

ໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ ຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ໂດຍທ່ານໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນ ງານການຈັດຕັ້ງ, ການເຄື່ອນໄຫວ ແລະ ການຊີ້ນໍາບັນຊາຂອງ ຄະນະພັກຄະນະກອງບັນຊາການ ໃນໄລຍະຜ່ານມາ.

ຈາກນັ້ນ, ທ່ານກໍໄດ້ເນັ້ນໃຫ້ ຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນປົກກະຕິ, ເພີ່ມທະວີການນໍາພາຂອງພັກຕໍ່ ກຳລັງ ປກສ ໃນທຸກເຫຼົ່າວິຊາສະເພາະ, ປັບປຸງກໍ່ສ້າງພັກໃຫ້ເຂັ້ມ ແຂງ ໃນທຸກດ້ານ, ສືບຕໍ່ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງໃຫ້ຮາກຖານມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຮອບດ້ານ.

ພ້ອມກັນນັ້ນ, ຕ້ອງຈັດຕັ້ງກໍາລັງ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນສັງຄົມ ແລະ ກະກຽມກໍາລັງ ເພື່ອປ້ອງກັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ຈະຈັດຂຶ້ນຢູ່ແຂວງຊຽງຂວາງ ໃນຕົ້ນປີ 2020 ນີ້ ໃຫ້ມີຄວາມສະຫງົບ 100%.