ຫາລືວຽກງານ ການດໍາເນີນຄະດີຊັບພະຍາກອນປ່າໄມ້

0
1534

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ການດໍາເນີນຄະດີຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ ໃນວັນທີ 23 ທັນວາ 2019 ໂດຍມີ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມທັງມີ ຮອງລັດຖະມົນຕີ ບັນດາກະຊວງ, ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ປະທານ: ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ – ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້

ທ່ານ ທອງພັດ ວົງມະນີ ກ່າວໃນກອງປະຊຸມວ່າ:

ໃນໄລະຍະຜ່ານມາ, ມີຫຼາຍພາກສ່ວນໄດ້ມີການກວດກາ, ກັກຢຶດ, ອາຍັດ ແລະ ແກ້ໄຂຄະດີ ກ່ຽວກັບ ປ່າໄມ້, ສັດນໍ້າ, ສັດປ່າ ແລະ ເຄື່ອງປ່າຂອງດົງ, ໂດຍສະເພາະແມ່ນ ຄະນະສະເພາະກິດຂັ້ນລັດຖະບານ, ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ດ້ວຍຄວາມຮັບຜິດຊອບ ແລະ ມີຄວາມເຂັ້ມງວດເດັດຂາດ, ສາມາດຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ແລະ ຄໍາສັ່ງເລກທີ 05/ນຍ ໄດ້ດີ ແລະ ເປັນຂະບວນການ ໃນຂອບເຂດທົ່ວປະເທດ, ເຊິ່ງເຫັນໄດ້ວ່າ:

ເຈົ້າໜ້າທີ່ທີ່ເຂົ້າຮ່ວມ ເປັນ ຄະນະສະເພາະກິດ ແມ່ນມີຄວາມເດັດຂາດເຂັ້ມງວດຕາມຄໍາສັ່ງ ຈຶ່ງເປັນທີ່ໄວ້ວາງໃຈຈາກຂັ້ນເທິງ ກໍຄື ສະພາແຫ່ງຊາດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບ ການຢຸດຕິການຂຸດຄົ້ນໄມ້ ແລະ ສົ່ງໄມ້ທ່ອນ-ໄມ້ແປຮູບ ອອກໄປຕ່າງປະເທດ ຢ່າງຂາດຕົວ.

ນັບແຕ່ປີ 2015-2019, ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແລະ ຄະນະສະເພາະກິດ ຮ່ວມກັບ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ສາມາດສະຫຼຸບສັງລວມ ໄດ້ດັ່ງນີ້:

  • ກັກຢຶດໄມ້ທ່ອນ-ໄມ້ແປຮູບ ຈໍານວນ 232.654 ແມັດກ້ອນ ແລະ ໄມ້ກິ່ງງ່າ, ໄມ້ກະຕຸດ ນ້ໍາໜັກ 817 ໂຕນ; ໃນນັ້ນ, ເດັ່ນກວ່າໝູ່ແມ່ນ ໄມ້ 27 ຄັນລົດ (ແຂວງອັດຕະປື), ໄມ້ 7 ຄັນລົດ (ແຂວງຊຽງຂວາງ), ໄມ້ 10 ຄັນລົດ (ແຂວງໄຊສົມບູນ) ແລະ ໄມ້ 11 ຄັນລົດ (ແຂວງບໍລິຄໍາໄຊ).
  • ກັກຢຶດສັດປ່າ ທີ່ຍັງມີຊີວິດຢູ່ ຈໍານວນ 1.369 ໂຕ ໃນນີ້ມີ: ໝີ, ລີງ, ງູ, ເຫ້ຍ, ເຕົ່າ, ພາຍຫຼັງທີ່ໄດ້ກັກຢຶດແລ້ວ ໄດ້ທໍາການບົວລະບັດປິ່ນປົວເບື້ອງຕົ້ນ ແລ້ວນໍາສົ່ງໃຫ້ສວນສັດລ້ຽງໄວ້ ແລະ ອີກຈໍານວນໜຶ່ງ ໄດ້ປ່ອຍຄືນສູ່ທໍາມະຊາດ.
  • ໄດ້ກັກຢຶດສັດປ່າ, ສິ້ນສ່ວນສັດປ່າ ແລະ ຜະລິດຕະພັນຈາກສັດປ່າ ນ້ໍາໜັກ 13,6 ໂຕນ ໃນນີ້ມີ: ສັດປ່າທີ່ຕາຍແລ້ວ ແລະ ສິ້ນສ່ວນສັດປ່າ ທັງໝົດ 61 ຊະນິດ ນໍ້າໜັກ 13,4 ໂຕນ, ພ້ອມທັງໄດ້ຈັດພິທີທໍາລາຍ ເຊິ່ງອັນເດັ່ນທີ່ສຸດແມ່ນ ຄະດີເສືອ 3 ໂຕ ຢູ່ແຂວງຄໍາມ່ວນ, ຜະລິດຕະພັນຈາກສິ້ນສ່ວນສັດປ່າ ທັງໝົດ 217 ກິໂລກຼາມ (ມີງາຊ້າງ ແລະ ແຂ້ວຊ້າງ).
  • ກັກຢຶດເຄື່ອງປ່າຂອງດົງ ຈໍານວນ 38 ຊະນິດ ນໍ້າໜັກ 168 ໂຕນ.

ກອງປະຊຸມຄັ້ງນີ້ ເປັນຂີດໝາຍອັນສໍາຄັນ ໃນການປັບປຸງວຽກງານໃຫ້ໄປຕາມກົດໝາຍ ໂດຍການຊີ້ນໍາ-ນໍາພາຈາກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເພື່ອໃຫ້ ອົງການສືບສວນ-ສອບສວນ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ປະຕິບັດຕາມ ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ, ສໍາລັບ ມາດຕາ 79 ທີ່ລະບຸໄວ້ວ່າ: ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ມີສິດ ແລະ ໜ້າທີ່ດໍາເນີນການສືບສວນ-ສອບສວນ ກ່ຽວກັບ ການລະເມີດກົດໝາຍອາຍາ, ກົດໝາຍ ວ່າດ້ວຍ ປ່າໄມ້, ກົດໝາຍ ວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ທີ່ເປັນການກະທໍາຜິດທາງອາຍາ.