10 ຄະດີຄາດຕະກໍາເດັ່ນ ປີ 2019

0
1796

ຄະດີທີ 10

ທ້າວ ລັງ ອາຍຸ 45 ປີ ແລະ ນາງ ແຕ ອາຍຸ 41 ປີ (ຜົວ-ເມຍ) ຢູ່ບ້ານປາກຄາ ເມືອງ-ແຂວງໄຊຍະບູລີ ໄດ້ຜິດຖຽງກັນ ຍ້ອນຜູ້ເປັນຜົວ ມັກຖືປືນແກັບ ເລາະປ່າຫາລ່າສັດເປັນປະຈໍາ; ບໍ່ໃຫ້ຄວາມສໍາຄັນໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວ. ດ້ວຍເຫດຜົນດັ່ງກ່າວ, ເຮັດໃຫ້ຜູ້ເປັນຜົວຈັບເອົາປືນມາຂູ່ເມຍ; ແລະ ຜູ້ເປັນເມຍໄດ້ຍາດເອົາປືນ ແລ້ວຍິງຜົວ ເສຍຊີວິດຄາທີ່ເທິງຖຽງນາ ໃນເດືອນພະຈິກ 2018.

ຄະດີທີ 9

ທ້າວ ເງິນ ຫຼື ກິນ້ອຍ ອາຍຸ 25 ປີ ໂມໂຫໃຫ້ແມ່ລ້ຽງ ອາຍຸ 71 ປີ ຍ້ອນປຸກໃຫ້ລຸກຂຶ້ນມາແອ້ມຝາເຮືອນບ່ອນທີ່ຝົນຜະເຂົ້າ; ແລ້ວຜູ້ກ່ຽວລຸກໄປຈັບເອົາພ້າ ຟັນກົກຫູ ແລະ ຄໍຂອງແມ່ລ້ຽງ ຢ່າງແຮງ; ເຮັດໃຫ້ແມ່ລ້ຽງເສຍຊີວິດຄາທີ່ ກ່ອນແລ່ນໜີເຂົ້າປ່າ; ແຕ່ເຈົ້າໜ້າທີ່ອ້ອມຈັບໄດ້ ໃນວັນທີ 19 ສິງຫາ 2019.

ຄະດີທີ 8

ທ້າວ ສີລຳພັນ ອາຍຸ 34 ປີ ຢູ່ບ້ານນາແກ່ ເມືອງໂພນທອງ ແຂວງຈໍາປາສັກ ໃຈຮ້າຍໃສ່ ແລະ ລົງມືຄາດຕະກໍາເມຍ ຊື່ ນາງ ຄື້ມ ອາຍຸ 27 ປີ; ເນື່ອງຈາກສົງໄສເມຍ ຫຼິ້ນຊູ້ ດ້ວຍການໃຊ້ຈົກທຸບໃສ່ງ່ອນດົ້ນຂອງເມຍແລ້ວຕີຫົວຊໍ້າ ອີກ 4 ບາດ ຈົນເສຍຊີວິດຄາທີ່ ໃນວັນ ທີ 22 ມີນາ 2019 ຢູ່ສວນກາເຟ ເຂດບ້ານຫ້ວຍເຕົ່າ ເມືອງປາກຊ່ອງ.

ຄະດີທີ 7

ຄະດີຄົນຮ້າຍ ໃຊ້ປືນ ອາກາ ຍິງນັກທຸລະກິດ ຊື່ທ້າວ ຈຶກ ອາຍຸ 50 ປີ ຢູ່ບ້ານໂພນສະອາດ ເມືອງທ່າແຂກ ແຂວງຄໍາມ່ວນ ໃນວັນທີ 28 ເມສາ 2019 ຢູ່ຮ້ານຕັດເລັບ ເຂດບ້ານ ທ່າແຂກເໜືອ ເສຍຊີວິດຄາທີ່, ສ່ວນສາເຫດທີ່ພາໃຫ້ມີການຄາກຕະກຳ ເຈົ້າໜ້າທີ່ສັນນິຖານໃນເບື້ອງຕົ້ນ ອາດເກີດຈາກຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດໃນດ້ານທຸລະກິດ ຫຼື ການແກ້ແຄ້ນສ່ວນຕົວ.

ຄະດີທີ 6

ຊາຍ ອາຍຸ 29 ປີ ກໍ່ເຫດຄາດຕະກຳແຟນສາວ ທີ່ເຮັດວຽກຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານຊຽງໄຈ ເມືອງສິງ ແຂວງຫຼວງນໍ້າທາ; ໂດຍການໃຊ້ມິດແທງຄໍ 1 ບາດ, ກ້ອງນົມເບື້ອງ ຊ້າຍ 1 ບາດ ແລະ ດ້ານຫຼັງ 2 ບາດ ຈົນເສຍຊິວິດຄ່າທີ່; ແລ້ວເອົາຕົວຫຼົບໜີ. ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 19 ມິຖຸນາ 2019. ຜູ້ເສຍຊິວິດ ຊື່ ນາງ ອາແລັງ ອາຍຸ 29 ປີ ຢູ່ບ້ານຊຽງຍືນ ເປັນພະນັກງານ ຢູ່ໂຮງແຮມຫຼັງດັ່ງກ່າວ; ສ່ວນຜູ້ກໍ່ເຫດຊື່ ທ້າວ ພອນສະຫວັນ ຫຼື ຍາຕູ່ ອາຍຸ 29 ປີ ຢູ່ບ້ານປ່າທວາຍ ຢູ່ເມືອງສິງ ແຂວງຫຼວງນໍ້າທາ.

ຄະດີທີ 5

ຄະດີຄາດຕະກໍາ ຢູ່ບ້ານນ້ຳເຫຼືອງໃໝ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ. ຜູ້ກໍ່ເຫດຊື່ ທ້າວ ຄໍາສຸກ ອາ
ຍຸ 28 ປີ ໂດຍໄດ້ໂມໂຫໃຫ້ເມຍ ຊື່ ນາງ ເຊຊື ອາຍຸ 26 ປີ; ເນື່ອງຈາກຂໍເງິນນໍາເມຍ ບໍ່ໄດ້ ແລ້ວຜິດຖຽງກັນຂັ້ນຮຸນແຮງ ສົ່ງຜົນໃຫ້ຜູ້ເປັນຜົວໃຊ້ມີດປາດຄໍເມຍ ໂດຍມີບາດແຜກວ້າງ 3,3 ຊັງຕີແມັດ, ຍາວ 9,1 ຊັງຕີແມັດ, ເລິກ 3,3 ຊັງຕີແມັດ; ກ່ອນຈະແລ້ວໃຊ້ມີດດວງດຽວກັນປາດຄໍຕົນເອງ ພ້ອມແທງຕາມຕົນຕົວ ຈົນເສຍຊີວິດ.

ຄະດີທີ 4

ຄະດີຄາດຕະກຳ ນາງ ກອງຄໍາ ຫຼື ແຫຼ້ ອາຍຸ 25 ປີ ບ້ານ ໂພນສະຫວັນ ເມືອງໄຊທານີ ຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜູ້ເສຍຊີວິດມີຮ່ອງຮອຍຖືກວັດຖຸແຂງທຸບບໍລິເວນຫົວຈົນແຕກຫຼາຍຈຸດ; ບໍລິເວນໃບໜ້າຈີກຂາດ; ງ່ອນດົ້ນບວມຊ້ໍາ. ຜູ້ກໍ່ເຫດ ຊື່ ທ້າວ ຂັນ ອາຍຸ 54 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ມີຮອຍບາດແຜຖືກຍິງດ້ວຍປືນ 1 ນັດ ເຂົ້າຫົວເບື້ອງຂວາ.

ຄະດີທີ 3

ຊາຍອາຍຸ 44 ປີ ໃຊ້ ປືນ AK ທ້າຍພັບ ຍິງແຟນສາວ ຊື່ ນາງ ນໍ້າຝົນ ອາຍຸ 23 ປີ ບ້ານຊຽງດາ ເມືອງໄຊເສດຖາ ຈໍານວນ 3 ນັດ ເສຍຊີວິດຄ່າຫ້ອງນອນ ກ່ອນໃຊ້ປືນກະບອກ ດຽວກັນຍິງຕົນເອງ ເສຍຊີວິດ ໃນວັນທີ 29 ກໍລະກົດຜ່ານມາ. ຜູ້ກໍ່ເຫດຊື່ ທ້າວ ພອນໄຊ ອາຍຸ 44 ປີ ບ້ານໜອງ ບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາເຫດຍ້ອນຄວາມຫຶງຫວງ.

ຄະດີທີ 2

ຄະດີຄາດຕະກໍາ ລັດຍິງ ທ້າວ ສຸກສະໄຫວ ຫຼື ຕຸ້ຍ ອາຍຸ 44 ປີ ບ້ານຊຽງຫວາງ ເມືອງໜອງບົກ ເສຍ
ຊີວິດຄາລົດຟໍຈຸນເນີ; ຖືກຍິງຫຼາຍ 10 ນັດ ຢູ່ທີ່ສົ້ນຂົວຫ້ວຍບ້ານທ່າງາມ ເມືອງທ່າແຂກ ແຂວງຄໍາມ່ວນ; ຜູ້ກໍ່ເຫດ ຊື່ ທ້າວ ຄໍາເພັດ ອາຍຸ 38 ປີ ບ້ານນາແກ່ ແລະ ທ້າວ ຄໍາບົດ ຫຼື ຕ່ອງ ອາຍຸ 41 ປີ
ບ້ານໂນນອຸດົມ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ຄະດີທີ 1

ຄະດີຄາດຕະກຳ ທີ່ເກີດຂຶ້ນໃນວັນທີ 21 ພະຈິກ 2019 ເຊິ່ງຜູ້ກໍ່ເຫດຊື່ ທ້າວ ສຸກສົມບັດ ອາຍຸ 35 ປີ
ຢູ່ບ້ານຄອນໄຫຼ ນະຄອນປາກເຊ ແຂວງຈໍາປາສັກ; ໂດຍໃຊ້ຈົກທຸບຫົວຄົນຂ້າງເຮືອນເສຍຊີວິດ 3 ຄົນ; ຊື່ ທ້າວ ບົວສີ ອາຍຸ 62 ປີ ຖືກຈົກຕີຫົວປະມານ 7-8 ບາດ; ນາງ ບຸນກວ້າງ ອາຍຸ 64 ປີ (ເມຍ) ແລະ ນາງ ດວງໃຈ ອາຍຸ 29 ປີ (ລູກສາວ) ຖືກຈົກອັນດຽວກັນຕີຫົວ ປະມານ 4-5 ບາດ ເສຍຊີວິດຄາທີ່ສາເຫດຍ້ອນມີຄວາມຄຽດແຄ້ນໃຫ້ຜູ້ເສຍຊີວິດຈາກ ນໍ້າສາຍຄາຍ້ອຍໃສ່ເຮືອນ.