10 ຄະດີຢາເສບຕິດລາຍໃຫຍ່ ທີ່ສານຕັດສິນ ປີ 2019

0
2645

ຄະດີທີ 10

ສານຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຈຳຄຸກຕະຫຼອດຊີວິດ 2 ຈຳເລີຍ; ຊື່ ທ້າວ ຄໍາຫຼໍ (ຈຳເລີຍ 1) ອາຍຸ 26 ປີ ແລະ ທ້າວ ຄໍາບໍ່ (ຈຳເລີຍ 2) ອາຍຸ 24 ປີ; ທັງ 2 ຢູ່ບ້ານປາກແຈກ ເມືອງປາກອູ ແຂວງຫຼວງພະບາງ ໃນສະຖານ ຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ໄວ້ໃນຄອບຄອງ; ປະເພດຢາບ້າ ຈຳນວນ 5.800 ເມັດ ພ້ອມປັບໃໝ ຜູ້ລະ 500.0000.000 ກີບ ໃນວັນ ທີ 28 ພະຈິກ 2019.

ຄະດີທີ 9

ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ ຕະຫຼອດຊີວິດ 2 ເອື້ອຍນ້ອງ; ຊື່ນາງ ນ້ຳຝົນ ອາຍຸ 37 ປີ ຢູ່ບ້ານໜອງພະຍາ ແລະ ນາງ ຕຸ້ຍ ອາຍຸ 39 ປີ ຢູ່ບ້ານຕານມີໄຊ ເມືອງໄຊທານີ ໃນສະຖານຄ້າຂາຍຢາເສບຕິດປະເພດຢາບ້າ 6.000 ເມັດ, ປັບໃໝ ຜູ້ລະ 500. 000.000 ກີບ, ໃນວັນທີ 14 ກຸມພາ 2019.

ຄະດີທີ 8

ທ້າວ ໄມ່ຂັນ (ຈຳເລີຍ) ອາຍຸ 59 ປີ ຢູ່ບ້ານຫ້ວຍກຸມ ເມືອງລອງ ແຂວງຫຼວງນ້ຳທາ ຖືກສານແຂວງຫຼວງນ້ຳທາ ຕັດສິນຈຳຄຸກຕະຫຼອດຊີວິດໃນ ວັນທີ 14 ມີນາ 2019; ໃນສະຖານຄ້າຂາຍຢາເສບຕິດປະເພດຢາບ້າ 12.000 ເມັດ.

ຄະດີທີ 7

ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຈຳຄຸກຕະຫຼອດຊີວິດ ນາງ ວຽງສະໄໝ ອາຍຸ 30 ປີ (ຈຳເລີຍ 1) ຢູ່ບ້ານຫຼັກ 32 ແລະ ນາງ ດວງວາ ຫຼື ດົວ ອາຍຸ 18 ປີ (ຈຳເລີຍ2); ຢູ່ບ້ານມອນໃຕ້ ເມືອງໄຊ ແຂວງອຸດົມໄຊ; ທີ່ມີຂອງກາງຢາບ້າ 36.000 ເມັດ ໃນວັນທີ 30 ມັງກອນ 2019.

ຄະດີທີ 6

ທ້າວ ອາເມົ້າ ອາຍຸ 23 ປີ ຢູ່ບ້ານໂຮມ ເມືອງໄຊ ແຂວງອຸດົມໄຊ ຖືກສານອາຍາຂັ້ນຕົ້ນ ແຂວງອຸດົມໄຊ ຕັດ ສິນຈໍາຄຸກຕະຫຼອດຊີວິດ; ໂດຍມີຂອງກາງຢາເສບຕິດປະເພດເຮໂຣອິນ 1 ແທງ, ຢາ ຝິ່ນ 2 ຫໍ່, ຢາບ້າ 800 ເມັດ. ໃນວັນທີ 20 ກຸມພາ 2019.

ຄະດີທີ 5

ທ້າວ ຝາຍດາຊົງ ອາຍຸ 44 ປີ ຢູ່ບ້ານນໍ້າປຸຍ ເມືອງພຽງ ແຂວງໄຊຍະບູລີ ໄດ້ກະທຳຜິດສະຖານການ ຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ໄວ້ໃນຄອບຄອງ ປະເພດຢາບ້າ 72.000 ເມັດ; ຖືກສານປະຊາຊົນຂັ້ນຕົ້ນແຂວງ ອຸດົມໄຊ ຕັດສິນປະຫານຊີວິດ ໃນວັນ ທີ 24 ພຶດສະພາ 2019.

ຄະດີທີ 4

ສານຂັ້ນຕົ້ນແຂວງອຸ ດົມໄຊ ຕັດສິນປະຫານຊີວິດຈຳເລີຍ 2 ຄົນ; ຊື່ ທ້າວ ປະໄຊວາງ (ຈຳເລີຍ1) ອາ ຍຸ 28 ປີ ຢູ່ບ້ານນໍ້າຖ້ວມ ເມືອງນໍ້າບາກ ແຂວງຫຼວງພະບາງ; ແລະ ທ້າວ ເພັງຢ້າ (ຈຳເລີຍ2) ອາຍຸ 24 ປີ ຢູ່ບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ; ໃນສະຖານຄ້າຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງຢາເສບ ຕິດປະເພດຢາບ້າ 210.000 ເມັດ ໃນ ວັນທີ 18 ພະຈິກ 2019.

ຄະດີທີ 3

ສານປະຊາຊົນຂັ້ນຕົ້ນ ແຂວງຫົວພັນ ຕັດສີນປະຫານຊີວິດ ທ້າວ ລີວອນຊົງ (ຈຳເລີຍ1) ອາຍຸ 40 ປີ ຢູ່ບ້ານ ລ້ອງງົວປ່າ ເມືອງຊ່ອນ ແຂວງຫົວພັນ; ໃນສະຖານຄ້າຂາຍຢາເສບຕິດ ປະເພດເຮໂຣອິນ 10 ແທ່ງ ໃນວັນທີ 26 ກຸມພາ 2019.

ຄະດີທີ 2

ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ຕັດສິນປະຫານຊີວິດ ທ້າວ ລຸນ ອາຍຸ 48 ປີ ຢູ່ບ້ານຮວດ ເມືອງຄໍາ ແຂວງຊຽງຂວາງ; ໂດຍມີຂອງກາງຄະດິເປັນຢາເສບຕິດ ປະເພດເຮໂຣອິນ 10 ແທ່ງ, ຢາບ້າ 3 ເມັດໄວ້ຄອບຄອງ ໃນວັນທີ 1 ມີນາ 2019.

ຄະດີທີ 1

ສານແຂວງອຸດົມໄຊ ຕັດສິນປະຫານຊີວິດ ທ້າວ ຮຶຈີຢາງ ອາ ຍຸ 30 ປີ ຢູ່ບ້ານໄຊອຸດົມ ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ທ້າວ ຫວາ ເມັງວາ ອາຍຸ 33 ປີ ຢູ່ບ້ານສວນຢາ ເມືອງຫຼວງນ້ໍາທາ; ໃນສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດເຮໂຣອິນ 30 ແທ່ງ ແລະ ຢາບ້າ ຈຳນວນ 156.048 ເມັດ ໃນວັນທີ 16 ມັງກອນ 2019.