10 ອັນດັບ ສຸດຍອດຄວາມກ້າວໜ້າທາງວິທະຍາສາດ ປີ 2019

0
1873

ໜຶ່ງປີຜ່ານມາ, ໂລກໄດ້ເຫັນຄວາມກ້າວໜ້າຂອງວິທະຍາສາດຫຼາຍຂະແໜງ ລວມເຖິງການຄົ້ນພົບທີ່ໜ້າຕື່ນເຕັ້ນທາງວິທະຍາສາດ ແລະ ເຕັກໂນໂລຊີຫຼາກຫຼາຍ ເຊິ່ງມື້ນີ້ພວກເຮົາໄດ້ຮວບຮວມ ແລະ ຄັດຈ້ອນ ສຸດຍອດຄວາມກ້າວໜ້າທາງວິທະຍາສາດ 10 ອັນດັບທຳອິດ ທີ່ເກີດຂຶ້ນໃນໄລຍະໜຶ່ງປີຜ່ານມາ ເພື່ອໃຫ້ຜູ້ສົນໃຈໄດ້ທົບທວນຄືນເຖິງ ເລື່ອງລາວຂອງວິທະຍາການໃໝ່ຫຼ້າສຸດ ດັ່ງຕໍ່ໄປນີ້:

ອັນດັບ 10: ພົບທະວີບໂບຮານທີ່ສູນຫາຍ ໃຕ້ແຜ່ນດິນເອີຣົບ

ເຖິງຈະຮູ້ດີວ່າ ຜືນແຜ່ນດິນຂອງໂລກໃນປັດຈຸບັນ ປະກອບໄປດ້ວຍ 7 ທະວີບ ແຕ່ຫຼ້າສຸດໃນໄລຍະກາງປີ 2019 ນັກທໍລະນີວິທະຍາ ຈາກມະຫາວິທະຍາໄລ ອູເທຣກ ປະເທດໂຮນລັງ ໄດ້ຄົ້ນພົບວ່າ ຍັງມີທະວີບທີ 8 ຄື ເກຣດເທີ ເອເດຣຍ (Greater Adria) ຊ້ອນຕົວຢູ່ໃຕ້ທະວີບເອີຣົບດ້ວຍ.

ເກຣດເທີ ເອເດຣຍ ມີຂະໜາດປະມານ ເກາະກຣີນແລນ ຝັງຕົວຢູ່ໃຕ້ພື້ນທະວີບເອີຣົບຕອນໃຕ້ ໃນແຖບປະເທດອີຕາລີ ແລະ ທະເລເອເດຣຍຕິກ ໂດຍມີອາຍຸເກົ່າແກ່ເທົ່າກັບທະວີບອື່ນໆ; ແຕ່ເມື່ອ 175 ລ້ານປີກ່ອນ ຂະນະທີ່ທະວີບຕ່າງໆ ເລີ່ມແຍກຕົວອອກຈາກ ມະຫາທະວີບແພນເຈຍ ເຊິ່ງເປັນແຜ່ນດິນໜຶ່ງດຽວຂອງໂລກ ທະວີບເກຣດເທີ ເອເດຣຍ ໄດ້ຖືກຕຳ ແລະ ຝັງຕົວເຂົ້າໄປຢູ່ໃຕ້ທະວີບເອີຣົບທີ່ໃຫຍ່ກວ່າ ເຮັດໃຫ້້ປືອກໂລກແຖບນັ້ນ ຍົກຕົວສູງຂຶ້ນເປັນແລວພູເຂົາສູງຂອງເອີຣົບ ເຊັ່ນ: ພູເຂົາແອວ ແລະ ພູເຂົາເອນເພນນາຍ.

ອັນດັບ 9: ປະຕິກິລິຍາເຄມີໜາວເຢັນທີ່ສຸດໃນຈັກກະວານ

ທີມນັກວິທະຍາສາດ ຈາກມະຫາວິທະຍາໄລ ຮາວາດ ສະຫະລັດ ອາເມລິກາ ປະສົບຄວາມສຳເລັດໃນການທົົດລອງສ້າງປະຕິກິລິຍາເຄມີ ພາຍໃຕ້ພາວະອຸນຫະພູມຕໍ່າທີ່ສຸດ ທີ່ 500 ນາໂນເຄວວິນ ເຊິ່ງຖືໄດ້ວ່າ ໜາວເຢັນຫຼາຍທີ່ສຸດ ເຊິ່ງມັນໜາວເຢັນກວ່າ ຫ້ວງອະວາກາດລະຫວ່າງດວງດາວ (Intersteller Space) ທີ່ເປັນບໍລິເວນທີ່ອຸນຫະພູມຕໍ່າສຸດ ໃນຈັກກະວານຫຼາຍລ້ານເທົ່າ.

ປະຕິກິລິຍາເຄມີໃນພາວະໜາວເຢັນທີ່ສຸດ ຫຼຸດຄວາມໄວລົງນັບລ້ານເທົ່າ ຈາກລະດັບເຟມໂຕວິນາທີ ມາຢູ່ໃນລະດັບໄມໂຄຣວິນາທີ

ການທົດລອງດັ່ງກ່າວ ຍັງເກືອບເຂົ້າໃກ້ອຸນຫະພູມສູນສຳບູນຫຼາຍທີ່ສຸດ ເທົ່າທີ່ເຄີຍມີການບັນທຶກສະຖິຕິມາ ໂດຍນັກວິທະຍາສາດ ໃຊ້ເຕັກໂນໂລຊີເລເຊີ ທີ່ຍິງສວນທາງກັນໃນຫຼາຍທິດທາງ ຫຼຸດຄ່າສະເລ່ຍຂອງພະລັງງານຈູນ ຫຼື ອຸນຫະພູມຂອງໂມເລກຸນ ໂພແທດຊຽມ-ຣູບິດຽມ (KRb) ຈຳນວນ 2 ໂມເລກຸນ ລົງຕໍ່າສຸດ ຈົນເຮັດໃຫ້ປະຕິກິລິຍາເຄມີທີ່ເກີດຂຶ້ນ ລະຫວ່າງ 2 ໂມເລກຸນນີ້ ຫຼຸດຄວາມໄວລົງຢ່າງຫຼວງຫຼາຍ.

ປະຕິກິລິຍາເຄມີ ທີ່ເກີດຂຶ້ນໃນພາວະໜາວເຢັນທີ່ສຸດ ເຮັດໃຫ້ໂມເລກຸນເຄື່ອນໄຫວຊ້າ ຄ້າຍກັບ ຮູບເງົາແບບສະໂລໂມເຊີນ ເຊິ່ງເປີດໂອກາດໃຫ້ນັກວິທະຍາສາດ ໄດ້ສັງເກດຂະບວນການເກີດປະຕິກິລິຍາເຄມີ ຕັ້ງແຕ່ຕົ້ນຈົນຈົບຢ່າງລະອຽດຊັດເຈນ ແບບທີ່ບໍ່ເຄີຍໄດ້ເຫັນມາກ່ອນ.

ອັນດັບ 8: ຢາຕ້ານເຊື້ອ HIV ແບບອອກລິດໄລຍະຍາວ

ອີກບໍ່ດົນແລ້ວ ຜູ້ຕິດເຊື້ອໄວຣັສ HIV ຈະບໍ່ຕ້ອງກິນຢາຕ້ານເຊື້ອເປັນປະຈຳທຸກມື້ອີກຕໍ່ໄປ ເພາະຢາສີດທີ່ອອກລິດໄດ້ດົນ ຄັ້ງລະ 1-2 ເດືອນ ຜ່ານການທົດລອງລະດັບຄຣິນິກແລ້ວ.

ການວິໄຈໄລຍະທີ 3 ພົບວ່າ: ຢາ ATLAS-2M ຂອງບໍລິສັດ ViiV Healthcare ສາມາດອອກລິດໄດ້ດົນສູງສຸດເຖິງ 2 ເດືອນ ແລະ ມີປະສິດຕິພາບບໍ່ຕໍ່າກວ່າ ການກິນຢາຕ້ານໄວຣັສ 3 ຊະນິດ ເປັນປະຈຳທຸກມື້. ຢານີ້ເປັນຄວາມຫວັງວ່າ ຈະເຮັດໃຫ້ຄຸນນະພາບຊີວິດ ຂອງຜູ້ຕິດເຊື້ອ HIV ດີຂຶ້ນກວ່າເກົ່າ ແລະ ຈະຊ່ວຍຫຼຸດການຕິດເຊື້ອລາຍໃໝ່ດ້ວຍ.

ພາບຈຳລອງເຊື້ອໄວຣັສ HIV

ດ້ານທີມນັກວິໄຈ ຈາກມະຫາວິທະຍາໄລ ນອດແຄໂຣໄລນາ ວິທະຍາເຂດແຊເພິນຮິວ (UNC) ສະຫະລັດ ອາເມລິກາ ກໍປະກາດຄວາມສຳເລັດຂັ້ນຕົ້ນ ໃນດ້ານນີ້ເຊັ່ນກັນ, ໂດຍສາມາດສີດອຸປະກອນຝັງຢາຕ້ານໄວຣັສ HIV ຫຼາຍຊະນິດ ເຂົ້າທີ່ໃຕ້ຜິວໜັງ ເຊິ່ງເຮັດໃຫ້ຢາອອກລິດໄດ້ດົນນານເຖິງ 1 ປີ ແລະ ເພີ່ມປະສິດທິພາບ ທັງໃນດ້ານການປ້ອງກັນການຕິດເຊື້ອ ຫຼື ຢຸດຢັ້ງການແຜ່ເຊື້ອໄດ້ແນ່ນອນຫຼາຍຂຶ້ນ; ໂດຍຂະນະນີ້, ຢາຝັງໃຕ້ຜິວໜັງດັ່ງກ່າວ ຜ່ານຂັ້ນຕອນການທົດສອບຄວາມປອດໄພກັບ ສັດທົດລອງແລ້ວ.

ອັນດັບ 7: ຄວອນຕຳຄອມພິວເຕີ ປະສິດທິພາບສູງ

ກູໂກ ປະກາດຕົວດ້ານຄວາມເປັນຜູ້ນຳ ທາງດ້ານເຕັກໂນໂລຊີຄອມພິວເຕີ ໂດຍລະບຸວ່າ: ຊີຄາມໍ (Sycamore) ຄວອນຕຳຄອມພິວເຕີ 54 ຄິວບິດ ທີ່ກູໂກພັດທະນາຂຶ້ນເອງມາດົນຫຼາຍປີ ໄດ້ບັນລຸເຖິງຂີດຄວາມສາມາດທີ່ເໜືອຂັ້ນກວ່າ ຄອມພິວເຕີທຸກຮູບແບບໃນໂລກໃບນີ້ ໃນການປະມວນຜົນ ຫຼື ທີ່ເອີ້ນວ່າ: ຄວອນຕຳ ຊູພຣີເມຊີ (Quantum Supremacy) ເປັນທີ່ຮຽບຮ້ອຍແລ້ວ.

ສຳລັບການເໜືອກວ່າ ໃນການຄຳນວນທີ່ວ່ານີ້, ກູໂກ ອ້າງວ່າ: ຊີຄາມໍ ສາມາດຄຳນວນແກ້ບັນຫາ ທີ່ເອີ້ນວ່າ Random circuit sampling ເຊິ່ງເປັນບັນຫາສະຖິຕິຂັ້ນສູງທີ່ຍາກ ແລະ ຊັບຊ້ອນຫຼາຍທີ່ສຸດ ຈົນເກີນກຳລັງທີ່ຄອມພິວເຕີທົ່ວໄປຈະເຮັດໄດ້ ພາຍໃນເວລາ 3 ນາທີ 20 ວິນາທີເທົ່ານັ້ນ; ໃນຂະນະທີ່ ຊຳມິດ (Summit) ຊຸບເປີຄອມພິວເຕີຂອງ IBM ທີ່ມີປະສິດທິພາຍດ້ານການຄຳນວນສູງທີ່ສຸດໃນໂລກ ຍັງຕ້ອງໃຊ້ເວລາດົນເຖິງ 10.000 ປີ ເພື່ອຄຳນວນແກ້ບັນຫາດຽວກັນ.

ອັນດັບ 6: ພົບນໍ້າເປັນຄັ້ງທຳອິດ ຢູ່ເທິງດາວເຄາະນອກລະບົບສຸລິຍະ

ທີມນັກດາລາສາດ ຈາກຢູນິເວີຊິຕີ ຄໍເລດ ລອນດອນ (UCL) ຂອງອັງກິດ ຄົ້ນພົບວ່າ: ດາວ K2-18b ເຊິ່ງເປັນດາວເຄາະນອກລະບົບສຸລິຍະ ທີ່ຢູ່ຫ່າງຈາກໂລກ 111 ປີແສງ (1 ປີແສງ ເທົ່າກັບ 9.460.730.472.580,8 ກິໂລແມັດ) ມີນໍ້າເປັນອົງປະກອບສຳຄັນໃນຊັ້ນບັນຍາກາດຫຼາຍເຖິງ 50%.

ຖືເປັນຄັ້ງທຳອິດທີ່ມີການຄົ້ນພົບຮ່ອງຮອຍຂອງນໍ້າ ຢູ່ເທິງດາວເຄາະນອກລະບົບສຸລິຍະ ທີ່ໂຄຈອນຢູ່ໃນເຂດເອື້ອອຳນວຍຕໍ່ການຢູ່ອາໄສຂອງສິ່ງມີຊີວິດ (Goldilock Zone) ຫຼື ກ່າວອີກຢ່າງ ກໍຄື ດາວເຄາະຢູ່ໃນໄລຍະຫ່າງຈາກດາວເລີກ (ດາວເລີກ ຄືດາວທີ່ມີອຸນຫະພູມຮ້ອນຈັດໃນຕົວ ເຊັ່ນ: ດວງຕາເວັນ) ຢ່າງພໍເໝາະ ເຮັດໃຫ້ມີອຸນຫະພູມບໍ່ເຖິງຂັ້ນຮ້ອນຈັດ ຫຼື ເຢັນຈັດຫຼາຍເກີນໄປ ຈົນນໍ້າສາມາດຮັກສາສະພາບຂອງແຫຼວຢູ່ເທິງພື້ນຜິວດາວໄດ້.

ການຄົ້ນພົບນໍ້າ ຢູ່ເທິງດາວເຄາະ ທີ່ຢູ່ໃນເຂດອຸນຫະພູມເໝາະສົມດັ່ງກ່າວ ເຮັດໃຫ້ດາວ K2-18b ກາຍເປັນສະຖານທີ່ເປົ້າໝາຍ ໃນການຄົ້ນຫາສິ່ງມີຊີວິດຕ່າງດາວ ທີ່ມີຄວາມເປັນໄປໄດ້ຫຼາຍທີ່ສຸດເເຫ່ງໜຶ່ງ ໃນຂະນະນີ້.

ອັນດັບ 5: ພົບຟອສຊິວບັນພະບູລຸດມະນຸດ ຮ່ວມສະໄໝດຽວກັບ ລູຊີ່

ປີ 2019 ຖືເປັນປີທີ່ມີການຄົ້ນພົບສຳຄັນທາງມະນຸດວິທະຍາ ຫຼາຍທີ່ສຸດປີໜຶ່ງ ເຊັ່ນ: ໃນໄລຍະກາງປີ, ນັກວິທະຍາສາດ ພິສູດໄດ້ວ່າ ຊິ້ນສ່ວນຟອສຊິວຂອງມະນຸດຍຸກໃໝ່ ຫຼື ໂຮໂມ ເຊປ່ຽນ ເຊິ່ງມີອາຍຸເກົ່າແກ່ເຖິງ 210.000 ປີ ທີ່ພົບໃນຖໍ້າຂອງປະເທດເກຼັກ ເປັນຫຼັກຖານຢືນຢັນວ່າ ມະນຸດຍຸກໃໝ່ ອົບພະຍົບອອກຈາກຖິ່ນກຳເນີດ ໃນທະວີບອາຟຣິກກາ ໄວກວ່າທີ່ຄາດຄະເນໄວ້ເຖິງແສນປີ.

ນອກຈາກນີ້, ຍັງມີການຄົ້ນພົບຟອສຊິວກະໂລກຫົວ ຂອງບັນພະບູລຸດມະນຸດ ໃນປະເທດເອທິໂອເປຍ ໂດຍພົບວ່າ ເປັນຂອງບັນພະບູລຸດມະນຸດສາຍພັນ ອອສຕຣາໂລພິເທຄັສ ອະນາເມນຊິສ (Australopithecus anamensis) ເຊິ່ງເຄີຍເຊື່ອກັນວ່າ ເປັນຕົ້ນສາຍວິວັດທະນາການ ທີ່ເກີດຂຶ້ນມາກ່ອນ ລູຊີ່ ທີ່ເປັນຟອສຊິວບັນພະລູບຸດມະນຸດ ທີ່ຫຼາຍຄົນໃນໂລກຮູ້ຈັກດີ ໃນປັດຈຸບັນນີ້.

ນັກວິທະຍາສາດ ຈາກພິພິທະພັນປະຫວັດສາດທຳມະຊາດ ຄຼີບແລນ (CMNH) ສະຫະລັດ ອາເມລິກາ ຜູ້ຄົ້ນພົບຟອສຊິວນີ້ ບອກວ່າ: ການທີ່ມັນມີອາຍຸເກົ່າແກ່ປະມານ 3,8 ລ້ານປີ ບົ່ງຊີ້ວ່າ ອອສຕຣາໂລພິເທຄັສ ອະນາເມນຊິສ ຢູ່ຮ່ວມກັບສາຍພັນຂອງ ລູຊີ່ ໃນຍຸກສະໄໝດຽວກັນ ແລະ ບໍ່ແນ່ນອນອີກຕໍ່ໄປວ່າ ໃຜເປັນບັນພະບູລຸດທີ່ມາກ່ອນ ຫຼື ເປັນລູກຫຼານທີ່ມາຕາມຫຼັງ, ເຮັດໃຫ້ຕ້ອງທົບທວນທິດສະດີ ວ່າດ້ວຍ ເສັ້ນທາງຂອງວິວັດທະນາການຂອງມະນຸດ ຄືນໃໝ່ ເຊິ່ງນັກວິທະຍາສາດ ພົບວ່າ ຊັບຊ້ອນກວ່າທີ່ຄິດ.

ອັນດັບ 4: ຍານເຮືອໃບສຸລິຍະ ໃຊ້ພະລັງງານແສງ ປ່ຽນວົງໂຄຈອນສຳເລັດ

ຍານໄລເຊວ (Lightsail) ຫຼື ເຮືອໃບສຸລິຍະ ທີ່ທ່ອງອະວາກາດໄປຕາມລຳແສງຂອງດວງອາທິດ ໄດ້ພັດທະນາໄປອີກຂັ້ນ ໂດຍຍານໄລເຊວທູ (Lightsail 2) ສາມາດປ່ຽນລະດັບການໂຄຈອນ ຂະນະຢູ່ໃນວົງໂຄຈອນຮອບໂລກ ໄດ້ສຳເລັດ ໂດຍໃຊ້ພະລັງງານຈາກແສງອາທິດ ພຽງຢ່າງດຽວເທົ່ານັ້ນ.

ຫຼັກການຂອງເຮືອໃບສຸລິຍະ ໃຊ້ແຜ່ນວັດຖຸສະທ້ອນແສງເປັນໃບເຮືອ ເຮັດໜ້າທີ່ສະທ້ອນອະນຸພາກຂອງແສງ ຫຼື ໂຟຕອນ ຈາກດວງອາທິດ ແລະ ໃຊ້ແຮງຈາກໂມເມນຕຳທີ່ເກີດຂຶ້ນ ຊ່ວຍຂັບເຄື່ອນຍານໄປຂ້າງໜ້າ ຄ້າຍໆກັບລອຍໄປຕາມລຳແສງຂອງດວງອາທິດນັ້ນເອງ.

ການພັດທະນາເຮືອໃບສຸລິຍະນີ້ ເປັນຄວາມຫວັງວ່າ: ມື້ໃດມື້ໜຶ່ງ ມະນຸດຈະສາມາດທ່ອງອະວາກາດອອກໄປໄດ້ໄກຫຼາຍຂຶ້ນ ໂດຍອາໄສແຫຼ່ງພະລັງງານຂັບເຄື່ອນຈາກດາວເລີກຕ່າງໆ ສຳລັບການເດີນທາງທີ່ດົນນານ.

ອັນດັບ 3: ທົດສອບຢາປິ່ນປົວ ອີໂບລາ 2 ຊະນິດ ໄດ້ຜົນ

ຂ່າວຮ້າຍເລື່ອງເຊື້ອໄວຣັສ ອີໂບລາ ກັບມາລະບາດອີກໃນປະເທດກົງໂກ ປີນີ້ ກາຍເປັນໂອກາດດີໃຫ້ ອົງການອະນາໄມໂລກ (WHO) ໄດ້ທົດສອບຢາປິ່ນປົວ 2 ຊະນິດ ເຊິ່ງປະກົດວ່າ ໄດ້ຜົນເກີນຂາດ ຈົນອາດຈະກ່າວໄດ້ວ່າ ອີໂບລາ ບໍ່ແມ່ນພະຍາດທີ່ບໍ່ສາມາດປິ່ນປົວໄດ້ອີກຕໍ່ໄປ.

ອົງການອະນາໄມໂລກ ທົດສອບຢາປິ່ນປົວ ອີໂບລາ ໃນປະເທດດີອາກົງໂກ

ຢາ 2 ຊະນິດດັ່ງກ່າວ ຄື: ອາອີຈີເອນ-ອີບີທຣີ (REGN-EB3) ແລະ ເອັມເອບີ ວັນວັນໂຟ (mAb114) ເປັນຢາສີດເຄິ່ງວັກແຊັງ ທີ່ເຮັດມາຈາກແອນຕີບໍດີຫຼາຍຊະນິດ ແລະ ຖ້າຕ້ອງການໃຫ້ຢາມີປະສິດທິພາບ ໃນການປິ່ນປົວດີທີ່ສຸດ ຄວນຈະສີດໃຫ້ຄົນໄຂ້ພາຍໃນ 3 ມື້ທຳອິດຂອງການຕິດເຊື້ອ.

ອັນດັບ 2: ຍານວໍຢາເຈີ ເຜີຍຄວາມລັບຂອງ ໂຄງສ້າງລະບົບສຸລິຍະ

ຫຼັງຈາກທີ່ ຍານວໍຢາເຈີທູ (Voyager 2) ເດີນທາງພົ້ນຂອບເຂດອິດທິພົນລົມພາຍຸສຸລິຍະ ເຊິ່ງປຽບໄດ້ກັບ ບໍລິເວນສຸດຂອບຮົ້ວຂອງລະບົບດາວເຄາະ ທີ່ເຮົາອາໄສຢູ່ ຍານກໍໄດ້ສົ່ງຂໍ້ມູນການສຳຫຼວດອະວາກາດທີ່ແປກໃໝ່ ເຊິ່ງມະນຸດບໍ່ເຄີຍໄດ້ຮັບຮູ້ມາກ່ອນ ໃຫ້ນັກວິທະຍາສາດໄດ້ວິເຄາະກັນໃນຫຼາຍເລື່ອງ.

ພາບຈຳລອງແຜນຜັງໂຄງສ້າງຂອງຍານວໍຢາເຈີ

ຈາກບົດຄວາມວິໄຈທີ່ຕີພິມໃນວາລະສານ Nature ຂໍ້ມູນເຫຼົ່ານີ້ ບົ່ງບອກວ່າ: ສະພາບແວດລ້ອມພາຍໃນລະບົບສຸລິຍະ ກັບ ຫ້ວງອະວາກາດລະຫວ່າງດວງດາວ (Intersteller Space) ທີ່ຢູ່ພາຍນອກນັ້ນ ແຕກຕ່າງກັນຢ່າງສິ້ນເຊີງ ທັງອຸນພະພູມ ແລະ ຄວາມເຂັ້ມຂອງລັງສີຄອສມິກ ເຊິ່ງສະແດງວ່າ ໂລກ ແລະ ດາວເຄາະເພື່ອນບ້ານອີກ 7 ດວງ ຢູ່ພາຍໃຕ້ການປົກປ້ອງຂອງສະໜາມພະລັງ ຫຼື ຂອບເຂດການພັດຂອງລົມສຸລິຍະ ຈາກດວງອາທິດນັ້ນເອງ.

ຍານວໍຢາເຈີທູ ຍັງພົບເຂົ້າກັບ ກຳແພງໄຟ ຫຼື ແນວພຼາສມາຮ້ອນແຮງຫຼາຍໝື່ນອົງສາເຊ ຢູ່ບໍລິເວນສຸດຂອບລະບົບສຸລິຍະອີກດ້ວຍ ໂດຍເປັນກຸ່ມກ໊າສ ແລະ ອະນຸພາກເຄມີບັນຈຸໄຟຟ້າ ທີ່ເກີດຈາກການສະສົມຕົວຂອງລົມສຸລິຍະ ທີ່ພັດຕໍ່ໄປບໍ່ໄດ້ແລ້ວ ເນື່ອງຈາກປະທະເຂົ້າກັບ ລັງສີຄອສມິກທີ່ມີພະລັງມະຫາສານ ທີ່ຢູ່ນອກລະບົບສຸລິຍະ.

ອັນດັບ 1: ນັກດາລາສາດ ເຜີຍຮູບຫຼຸມດຳຄັ້ງທຳອິດຂອງໂລກ

ສຸດຍອດຄວາມກ້າວໜ້າທາງວິທະຍາສາດແຫ່ງປີ ໄດ້ແກ່ ຄວາມສຳເລັດຄັ້ງປະຫວັດສາດ ທີ່ເຄືອຂ່າຍກ້ອງໂທລະທັດຂອບຟ້າເຫດການ (Event Horizon Telescope – EHT) ສາມາດຖ່າຍຮູບຫຼຸມດຳໄດ້ເປັນຄັ້ງທຳອິດຂອງໂລກ ໂດຍຖືເປັນຫຼັກຖານດ້ານຮູບປະທຳອັນທຳອິດ ທີ່ພິສູດຊັດເຈນວ່າ ຫຼຸມດຳມີຢູ່ຈິງ.

ພາບຈາກ NASA

ຫຼຸມດຳມວນສານມະຫືມາໃນພາບທີ່ຖ່າຍໄດ້ ຢູ່ຫ່າງຈາກໂລກ 53 ລ້ານປີແສງ ຢູ່ໃຈກາງດາລາຈັກ M87 ມີເສັ້ນຜ່າສູນກາງ 4 ໝື່ນລ້ານກິໂລແມັດ ຫຼື ໃຫຍ່ກວ່າໂລກ 3 ເທົ່າ.

ການເຮັດວຽກຮ່ວມກັນຂອງເຄືອຂ່າຍກ້ອງໂທລະທັດວິທະຍຸ 8 ແຫ່ງທົ່ວໂລກ ໃຫ້ຜົນເປັນເຕັກນິກການຖ່າຍຮູບ ທີ່ຄ້າຍຄືກັບ ການໃຊ້ກ້ອງໂທລະທັດຄວາມກວ້າງ ປະມານ 13.000 ກິໂລແມັດ ຫຼື ກ້ອງທີ່ມີຂະໜາດໃຫຍ່ເທົ່າກັບໂລກນັ້ນເອງ.

ພາບຈາກ NASA

ຕາມປົກກະຕິ ເຮົາບໍ່ອາດຈະເບິ່ງເຫັນ ຫຼື ກວດຈັບຫາຕຳແໜ່ງຂອງຫຼຸມດຳ ໃນຂະນະທີ່ມັນສະຫງົບ ບໍ່ໄດ້ດູດກືນດວງດາວຕ່າງໆຢູ່ ເນື່ອງຈາກແຮງໂນ້ມທ່ວງມະຫາສານ ເຮັດໃຫ້ແມ່ນແຕ່ແສງກໍບໍ່ສາມາດຫຼຸດລອດອອກມາໄດ້ ແຕ່ຖ້າຫາກມີການດູດກືນມວນສານຂອງດາວອື່ນເກີດຂຶ້ນ ກໍຈະປະກົດມີຈານມວນສານ ໃນຮູບແບບແນວນອນຂອງຂອບຟ້າເຫດການ ໃຫ້ສັງເກດເຫັນ ຫຼື ກວດຈັບການແຜ່ລັງສີໄດ້.