10 ອັນດັບ ສາຍການບິນດີທີ່ສຸດໃນໂລກ ປີ 2019

0
1452

ສຳນັກຂ່າວ CNN ລາຍງານ ໃນວັນທີ 24 ທັນວາ ທີ່ຜ່ານມາ ວ່າ: ເວັບໄຊ້ AirlineRating ເປີດເຜີຍຜົນການຈັດອັນດັບ ສາຍການບິນທີ່ດີທີ່ສຸດໃນໂລກ 10 ອັນດັບ ປະຈຳປີ 2019 ພົບວ່າ ສາຍການບິນທີ່ໄດ້ຮັບຄະແນນຫຼາຍທີ່ສຸດຄື ແອ ນູແວນເຊລັງ ສາຍການບິນຂອງປະເທດນູແວນເຊລັງ.

ເວັບໄຊ້ AirlineRating ບໍລິສັດຈັດອັນດັບສາຍການບິນ ຈາກປະເທດອົດສະຕຣາລີ ລະບຸວ່າ: ສາຍການບິນ ແອ ນູແວນເຊລັງ ໄດ້ຄະແນນຫຼາຍທີ່ສຸດ ໃນດ້ານປະສິດຕິພາບການບິນ, ນະວັດຕະກຳ, ສະຖິຕິຄວາມປອດໄພ ແລະ ການປະຕິບັດວຽກງານຢ່າງມຸ່ງໝັ້ນ ຂອງບັນດາພະນັກງານໃຫ້ບໍລິການ.

ການຄວ້າອັນດັບ 1 ຂອງ ແອ ນູແວນເຊລັງ ໃນປີນີ້ ຖືເປັນການກັບທວງຄືນຕຳແໜ່ງດັ່ງກ່າວ ຈາກສາຍການບິນ ສິງກະໂປ ແອລາຍ ເຊິ່ງໄດ້ອັນດັບ 1 ໃນປີຜ່ານມາ ແລະ ແອ ນູແວນເຊລັງ ຕົກໄປຢູ່ອັນດັບ 2. ນອກຈາກນີ້, ຍັງຖືເປັນຄັ້ງທີ 6 ແລ້ວ ທີ່ ແອ ນູແວນເຊລັງ ໄດ້ອັນດັບ 1.

ທ່ານ ຈອບຟຣີ ໂທມັສ ບັນນາທິການໃຫຍ່ AirkineRating ກ່າວວ່າ:

ຄວາມນິຍົມຂອງສາຍການບິນ ໃນຂະນະນີ້ ກຳລັງປ່ຽນໄປເປັນ ບິນໄລຍະໄກ ແລະ ຂະບວນການຕ່າງໆ ເພື່ອຫຼຸດຄາບອນຟຸດພຣິນ (Carbon Footprint: ຄືການປ່ອຍກ໊າສຄາບອນໄດອັອກຊາຍ ຈາກກິດຈະກຳຕ່າງໆຂອງມະນຸດ ເຊັ່ນ ການໃຊ້ພະລັງງານ, ການຂົນສົ່ງ, ການຕັດໄມ້…) ແລະ ຢູ່ທີ່ຈຸດນີ້ ແອ ນູແວນເຊລັງ ເຮັດໄດ້ດີທີ່ສຸດເລີຍ.

“ ແອ ນູແວນເຊລັງ ສາມາດຫຼຸດການປ່ອຍກ໊າສຄາບອນໄດອັອກຊາຍ ລົງໄດ້ເຖິງ 22% ໃນໄລຍະ 10 ປີ ທີ່ຜ່ານມາ ເຊິ່ງຖືວ່າເປັນສະຖິຕິໃນລະດັບຕົ້ນໆ ໃນອຸດສາຫະກຳການບິນ ” ທ່ານ ໂທມັສ ກ່າວ.

ທັ້ງນີ້, ການປະເມີນຂອງ AirlineRating ໃຊ້ການໃຫ້ຄະແນນຈາກ ບັນນາທິການໃຫຍ່ 7 ຄົນ ຮ່ວມກັບ ຜົນການປະເມີນຜົນຂອງ ຜູ້ຊ່ຽວຊານຂອງ ລັດຖະບານອົດສະຕຣາລີ ແລະ ໜ່ວຍງານສາກົນ 12 ດ້ານ ເຊັ່ນ: ອາຍຸຂອງເຮືອບິນ, ຄວາມພຶງພໍໃຈຂອງຜູ້ໂດຍສານ ແລະ ການລົງທຶນ ລວມເຖິງ ກຳໄລຂອງສາຍການບິນດ້ວຍ.

ສຳລັບ 10 ອັນດັບ ຂອງ ສາຍການບິນທີ່ດີທີ່ສຸດໃນໂລກ ໄດ້ແກ່:

  1. ແອ ນູແວນເຊລັງ
  2. ສິງກະໂປ ແອລາຍ
  3. ອໍ ນິວປອນ ແອເວສ໌
  4. ແຄວນຕັສ
  5. ຄາເທ່ ປາຊີຟິກ
  6. ເອມິເຣດ
  7. ເວີຈິນ ກາແລກຕິກ
  8. ອີວາ ແອ
  9. ກາຕາ ແອເວສ໌
  10. ເວີຈິນ ອົດສະຕຣາລີ