ສຍລ ຈັດພິທີມອບໃບຢັ້ງຢືນໃຫ້ໜ່ວຍພັກ

0
1949

ອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2019 ຈໍານວນ 10 ໜ່ວຍພັກ ໃນວັນທີ 25 ທັນວາ 2019, ເຂົ້າຮ່ວມໂດຍ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ເລຂາອົງຄະນະພັກ ປະທານຄະນະບໍລິຫານງານແມ່ຍິງລາວ, ພ້ອມທັງມີ ບັນດາໜ່ວຍພັກກົມ, ສະມາຊິກພັກ ແລະ ສະຫະພັນແມ່ຍິງ ເຂົ້າຮ່ວມ.

ສະຫາຍ ນາງ ຈອມແພງ ພູມປັນຍາ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະປະຈຳພັກ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍ ການຮັບຮອງເອົາໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2019 ຈຳນວນ 10 ໜ່ວຍພັກ ຄື:

  • ໜ່ວຍພັກຫ້ອງການ
  • ໜ່ວຍພັກກົມຈັດຕັ້ງ-ພະນັກງານ
  • ໜ່ວຍພັກກົມຂ່າວສານແມ່ຍິງລາວ
  • ໜ່ວຍພັກກົມໂຄສະນາອົບຮົມ ແລະ ວັດທະນະທຳ
  • ໜ່ວຍພັກກົມພັດທະນາແມ່ຍິງລາວ
  • ໜ່ວຍພັກກົມກວດກາ
  • ໜ່ວຍພັກສູນອົບຮົມແມ່ຍິງລາວ
  • ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ
  • ໜ່ວຍພັກກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ
  • ໜ່ວຍພັກຫ້ອງການ ກອງເລຂາຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

ໃນພິທີ ຍັງໄດ້ອອກບັດສະມາຊິກພັກສົມບູນ ຊຸດທີ V ໃຫ້ບັນດາສະຫາຍສະມາຊິກພັກສົມບູນ ຈຳນວນ 19 ສະຫາຍ ຈາກ 9 ໜ່ວຍພັກ ທີ່ຂຶ້ນກັບ ອົງຄະນະພັກ ສູນກາງສະຫະພັນແມ່ຍິງລາວ, ພ້ອມທັງເຜີຍແຜ່ ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X, ເຜີຍແຜ່ຄຳແນະນຳຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຄາດຄະເນແບ່ງຄວາຮັບຜິດຊອບຂອງ ຄະນະປະຈຳພັກແຕ່ລະຂັ້ນ, ຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບ ເລຂາທິການສູນກາງພັກ ກ່ຽວກັບ ການຂະຫຍາຍພັກ ແລະ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ວຽກງານຂະຫຍາຍພັກ.