ປກສ ແຂວງຈໍາປາສັກ ປະກາດການຈັດຕັ້ງແຕ່ລະຂັ້ນ

0
2659

ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາ-ບັນຊາ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໃນວັນທີ 24 ທັນວາ 2019, ເຂົ້າຮ່ວມໂດຍ ທ່ານ ປອ ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມຄະນະພັກ-ຄະນະບັນຊາຈາກຫ້ອງ, ກອງ, ເມືອງ, ປກສ ນະຄອນປາກເຊ, ໂຮງຮຽນ ປກສ ຊັ້ນສູງ ເລກ 4, ກອງພັນປ້ອງກັນເຄື່ອນທີ່ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກອງບັນຊາການ ປກສ ແຂວງຈຳປາສັກ.

ທ່ານ ປອ ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ

ໃນພິທີ, ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງ ນາຍຕຳຫຼວດ ຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ເຊິ່ງໄດ້ໂຍກຍ້າຍ ແລະ ແຕ່ງຕັ້ງ ດັ່ງຕໍ່ໄປນີ້:

  • ພັທ ບຸນມີ ກອງມະນີ ຈາກ ຫ້ອງ 504 ໄປຮັບໜ້າທີ່ເປັນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງຈຳປາສັກ
  • ພັທ ລັດສະໝີ ເທບພະຮັກສາ ຈາກ ປກສ ນະຄອນປາກເຊ ໄດ້ຮັບໜ້າທີ່ເປັນ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ
  • ພັທ ນາດທະດາ ອ້ຽງມະນີ ຈາກ ໂຮງຮຽນ ປກສ ຊັ້ນສູງ ເລກ 4 ເປັນ ຮອງຫົວໜ້າຫ້ອງການ ກອງບັນຊາການ
  • ພັທ ສຸລິວັນ ບຸນສະຫງ່າ ຈາກ ປກສ ເມືອງປະທຸມພອນ ເປັນ ຫົວໜ້າຫ້ອງການເມືອງ ປກສ ແຂວງ
  • ພັທ ຄຳພັນ ສີສະຫງ່າ ຈາກ ຫ້ອງການກອງບັນຊາການ ເປັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ,
  • ພັທ ພອນພິດ ແພງສັກເມືອງ ຫົວໜ້າພະແນກຄຸ້ມຄອງຄົນຕ່າງປະເທດ ເປັນ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ
  • ພັທ ປະຫວັດ ວໍລະໄຊ ຫົວໜ້າພະແນກ 203 ເປັນ ຮອງຫົວໜ້າຫ້ອງສັນຕິບານ
  • ພັທ ຄຳແປງ ສີສົມພອນ ຈາກ ປກສ ເມືອງບາຈຽງ ເປັນ ຮອງຫົວໜ້າຫ້ອງຕຳຫຼວດ
  • ພັທ ໜູພັນ ສິງຫາລາດ ຈາກ ຫ້ອງສັນຕິບານ ເປັນ ຮອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ສະຫາຍ ພັທ ບຸນເລີດ ແກ້ວບົວພາ ຈາກ ປກສ ເມືອງປາກຊ່ອງ ເປັນ ຫົວໜ້າຫ້ອງພະລາທິການ
  • ພັທ ເຂັ້ມພອນ ສຸຂະວົງ ຈາກ ຫ້ອງການເມືອງ ເປັນ ຮອງຫົວໜ້າຫ້ອງພະລາທິການ
  • ພັທ ສີສຸກ ລັດຕະນະວົງ ຈາກ ປກສ ເມືອງຈຳປາສັກ ເປັນ ຮອງຫົວໜ້າຫ້ອງ 504
  • ພັທ ຄຳໄຂ ພິມມະສັກ ຈາກ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ເປັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່
  • ພັທ ສີສະຫວາດ ໄຊປະເສີດ ຈາກ ປກສ ເມືອງປາກຊ່ອງ ເປັນ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ
  • ພັທ ສອນສະຫວັນ ຫຼວງລາຊາ ຈາກ ຫ້ອງການກອງບັນຊາການ ເປັນ ຮອງຫົວໜ້າ ປກສ ນະຄອນປາກເຊ
  • ພັທ ບຸນຖອງ ວົງສະກຸນ ຈາກ ຫ້ອງການເມືອງ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງປະທຸມພອນ
  • ພັທ ແຈ້ງ ທະວີ ຈາກ ຫ້ອງຕຳຫຼວດ ເປັນ ຮອງຫົວໜ້າ ປກສ ເມືອງບາຈຽງ
  • ພັທ ຄອນສະຫວັນ ໄຊຊະນະ ຈາກ ກອງພັນປ້ອງກັນເຄື່ອນທີ່ ເປັນ ຫົວໜ້າ ປກສ ເມືອງປາກຊ່ອງ
  • ພັທ ສາລີ ໂຄຕະມິ ຈາກ ຫ້ອງຕຳຫຼວດ ເປັນ ຮອງ ປກສ ເມືອງປາກຊ່ອງ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ນອກຈາກນີ້, ທ່ານ ປອ ບຸນຖອງ ດີວິໄຊ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະນໍາ ທີ່ໄດ້ຮັບການໂຍກຍ້າຍ ແລະ ແຕ່ງ ຕັ້ງໃນຄັ້ງນີ້ ໃຫ້ສືບຕໍ່ນຳພາວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ໃນທົ່ວກຳລັງໃຫ້ທົ່ວເຖິງ ຕິດພັນກັບ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດຕາມຄາດໝາຍ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ມີຄວາມສາມັກຄີ ລວມສູນປະຊາທິປະໄຕ ເປັນໝູ່ຄະນະ ແລະ ມີແບບແຜນວິທີເຮັດວຽກ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ.