ມອບ-ຮັບໜ້າທີ່ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ຜູ້ເກົ່າ ແລະ ຜູ້ໃໝ່

0
2495

ກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 27 ທັນວາ 2019 ລະຫວ່າງ ພັອ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ (ຜູ້ເກົ່າ) ແລະ  ພັທ ອິນປົງ ຈັນທະວົງສາ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ (ຜູ້ໃໝ່), ເຂົ້າຮ່ວມໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າໃຫຍ່ຕຳຫຼວດ

ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2710/ປກສ ລົງວັນທີ 11 ທັນວາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕົກລົງແຕ່ງຕັ້ງ:

“ ພັທ ອິນປົງ ຈັນທະວົງສາ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຜູ້ໃໝ່ ”

ພັອ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ (ຜູ້ເກົ່າ)

ການແຕ່ງຕັ້ງຄັ້ງນີ້ ແມ່ນເພື່ອເປັນການປັບປຸງການຈັດຕັ້ງຂອງ ກົມຕໍາຫຼວດສິ່ງແວດລ້ອມ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.

ຈາກນັ້ນ, ພັອ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ (ຜູ້ເກົ່າ) ກໍໄດ້ເຮັດບົດບັນທຶກມອບໜ້າທີ່ໃຫ້ ທ່ານ ພັທ ອິນປົງ ຈັນທະວົງສາ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ (ຜູ້ໃໝ່).

ໃນໂອກາດດັ່ງກ່າວ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມເປັນແບບຢ່າງນຳໜ້າ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ໃຫ້ມີຄວາມອຸນອ່ຽງທຸ່ນທ່ຽງ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນ, ບຳລຸງກໍ່ສ້າງ, ຍົກລະດັບວິຊາສະເພາະ, ຄວາມຊໍານິຊຳນານ ແລະ ຮັບປະກັນຄຸນນະພາບ ໃນການເຮັດໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດ. ນອກນີ້, ທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ຜູ້ເກົ່າ ທີ່ໄດ້ເອົາໃຈໃສ່ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຈົນໄດ້ຮັບຜົນສໍາເລັດຫຼາຍດ້ານ.