ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ເອົາ 10 ຄະດີ ຕຳບໍ່ຈອດ ທີ່ພົ້ນເດັ່ນ ດັ່ງນີ້:

ຄະດີ ຕຳບໍ່ຈອດ ທີ່ພົ້ນເດັ່ນ  (ພາບປະກອບ)
ຄະດີ ຕຳບໍ່ຈອດ ທີ່ພົ້ນເດັ່ນ (ພາບປະກອບ)
  1. ໃນວັນທີ 20 ກຸມພາ 2019 ເວລາປະມານ 15:30 ໂມງ ທີ່ຖະໜົນ ຄູວຽງ ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລົດກະບະຣີໂວ້ ສີຂາວໝາຍເລກທະບຽນ ກກ 4688; ຂັບຂີ່ໂດຍ ທ້າວ ວັນໄຊ ເມົາແລ້ວຂັບຂີ່ ໄປຕໍາທ້າຍລົດຈັກ ແຕ່ຜູ້ຂັບຂີ່ບໍ່ຍອມ ຈອດ, ຜູ້ເຫັນເຫດເການ ຈຶ່ງໄດ້ໄລ່ຕິດ ຕາມທັນ ຈິ່ງກັກຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້, ຈາກນັ້ນ ຄູ່ກໍລະນີໄດ້ມີການຊົດ ເຊີຍໃຫ້ຜູ້ເສຍຫາຍ.
ຄະດີ ຕໍາບໍ່ຈອດ ທີ່ພົ້ນເດັ່ນ  (ພາບປະກອບ)
ຄະດີ ຕໍາບໍ່ຈອດ ທີ່ພົ້ນເດັ່ນ (ພາບປະກອບ)

2. ໃນເວລາປະມານ 18:00 ໂມງ ຂອງວັນທີ 8 ທັນວາ 2019 ເຫດເກີດ ຂຶ້ນຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ; ທ້າວ ສົມພິດ ໄດ້ຂັບຂີ່ລົດກະບະຟອດ ດ້ວຍຄວາມໄວ ແລ້ວຕໍາທ້າຍລົດຈັກ ເຮັດໃຫ້ ທ້າວ ສົມບັດ ຜູ້ຂັບຂີ່ລົດຈັກ ເສຍຊີວິດ, ສ່ວນຜູ້ຂັບຂີ່ໄດ້ເອົາຕົວ ຫຼົບໜີ, ຕໍ່ມາເຈົ້າໜ້າທີ່ໄດ້ຕິດຕາມ ແລະ ນໍາຕົວຜູ້ກ່ຽວດໍາເນີນຄະດີ.

3. ໃນວັນທີ 26 ພຶດສະພາ 2019 ທີ່ຖະໜົນເລກທີ 13 ເໜືອ ເຂດ ບ້ານຜາງແຫ້ງ ເມືອງນາຊາຍທອງ ມີລົດກະບະວີໂກ້ຂັບຂີ່ຕໍານາງ ແຕ່ງອ່ອນ ເສຍຊີວິດ; ຜູ້ຂັບຂີ່ໄດ້ເອົາຕົວຫຼົບໜີ ຕໍ່ມາເຈົ້າໜ້າທີ່ ຈຶ່ງຕິດຕາມຜູ້ຂັບຂີ່ກະ ບະວິໂກ້ ຊື່ ທ້າວ ສຸກສະຫວັນ ມາດໍາ ເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

4. ໃນວັນທີ 9 ກຸຸມພາ 2019 ເວ ລາປະມານ 17:30 ໂມງ ຢູ່ທີ່ບ້ານທາດ ຫຼວງ ເມືອງໄຊເສດຖາ, ທ້າວ ວົງເດືອນ ໄດ້ຂັບຂີ່ລົດຈັກເສຍຫຼັກລົ້ມລັດໜ້າລົດກະບະວິໂກ້ ເຮັດໃຫ້ຖືກລົດຢຽບ ເສຍຊີວິດ; ນາງ ສຸວັນນາ ຜູ້ຂັບຂີ່ລົດກະບະໄດ້ເອົາຕົວຫຼົບໜີ ຫຼັງຈາກນັ້ນ ເຈົ້າໜ້າທີ່ໄດ້ຕິດຕາມຕົວໄດ້ສໍາເລັດ ແລ້ວດໍາເນີນຄະດີ.

ຄະດີ ຕໍາບໍ່ຈອດ ທີ່ພົ້ນເດັ່ນ  (ພາບປະກອບ)
ຄະດີ ຕໍາບໍ່ຈອດ ທີ່ພົ້ນເດັ່ນ (ພາບປະກອບ)

5. ໃນວັນທີ 3 ສິງຫາ 2019 ເວ ລາປະມານ 00:48 ໂມງ ຢູ່ເສັ້ນທາງ ໜອງບົວທອງ-ໜອງດ້ວງ ເຂດບ້ານໂພນ ສະຫວາດໃຕ້ ເມືອງສີໂຄດຕະບອງ ມີລົດກະບະສີຂາວ ຂັບຂີ່ລົດຕໍາເອົາລົດ ຈັກເວບ 100; ຂັບຂີ່ໂດຍ ນາງ ສຸມາລີ ແລະ ນາງ ຕິ່ງຄໍາ ຜູ້ຊ້ອນທ້າຍ, ເຫດ ການຄັ້ງນັ້ນ ມີຜູ້ເສຍຊີວິດ 1 ຄົນ ຜູ້ຂັບຂີ່ໄດ້ເອົາຕົວຫຼົບໜີ, ປັດຈຸບັນ ເຈົ້າໜ້າທີ່ບໍ່ສາມາດຕິດຕາມຕົວໄດ້ຍ້ອນເກີດຂຶ້ນຢູ່ເສັ້ນທາງປ່ຽວ, ບໍ່ມີກ້ອງວົງຈອນ ແລະ ບໍ່ມີຄົນເຫັນເຫດການ.

6. ໃນວັນທີ 29 ກັນຍາ 2019 ເວລາປະມານ 5:30 ໂມງ ທີ່ຖະໜົນເລກທີ 10 ເຂດບ້ານໄຮ່ ເມືອງໄຊທານີ ມີລົດໃຫຍ່ບໍ່ຊາບຍີ່ຫໍ້ ຂັບຂີ່ຕໍາເອົາ ທ້າວ ບຸນຕາ ຂີ່ລົດຖີບ ເສຍຊີວິດຄາທີ່, ເຈົ້າໜ້າທີ່ຍັງບໍ່ສາມາດຕິດຕາມຫາເປົ້າໝາຍໄດ້ເຖິງປັດຈຸບັນ.

ຄະດີ ຕໍາບໍ່ຈອດ ທີ່ພົ້ນເດັ່ນ (ພາບປະກອບ)

7. ໃນເວລາ 20:00 ໂມງ ຂອງວັນທີ 22 ພະຈິກ 2019 ທີ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງ ຈັນລົດໃຫຍ່ໄດ້ຂັບຂີ່ຕໍາ ທ້າວ ສອນເຮີ ແລະ ວົງລີ່ ທັງ 2 ເສຍຊີວິດ, ຜູ້ຂັບຂີ່ລົດໃຫຍ່ບໍ່ຍອມຈອດ; ປັດຈຸບັນ ເຈົ້າໜ້າທີ່ຍັງບໍ່ສາມາດຕິດຕາມຕົວເປົ້າໝາຍໄດ້.

8. ໃນວັນທີ 2 ກຸມພາ 2019 ທີ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ລົດບັນທຸກບໍ່ຊາບຍີ່ຫໍ້, ທະບຽນ ແລະ ຜູ້ຂັບຂີ່ ຕໍາລົດຈັກຂອງ ທ້າວ ບັດ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ; ຜູ້ຂັບຂີ່ລົດໃຫຍ່ບໍ່ຍອມຈອດ ແລະ ເອົາຕົວຫຼົບໜີ, ປັດຈຸບັນ ບໍ່ສາມາຊອກເປົ້າໝາຍໄດ້ເທື່ືອ.

9. ໃນວັນທີ 2 ຕຸລາ 2019 ເວລາປະມານ 2:50 ໂມງ ທີ່ຖະໜົນເຈົ້າຟ້າງຸ່ມ ເຂດວັດຈັນ ເມືອງຈັນທະບູລີ ລົດຮຸນໄດ ໄດ້ຕໍາຜູ້ຂັບຂີ່ລົດຈັກ ເຮັດໃຫ້ ທ້າວ ຈັນທະມາດ ເສຍຊີວິດ, ສ່ວນຜູ້ຂັບຂີ່ໄດ້ເອົາຕົວຫຼົບໜີ ພ້ອມພາຫະນະ; ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກພາຫະນະ ແຕ່ຜູ້ຂັບຂີ່ບໍ່ສາມາດນຳຕົວມາດໍາເນີນຄະດີໄດ້.

10. ອຸບັດຕິເຫດ ລົດເກງຕໍາຄົນຍູ້ລົດຈັກ ໃນວັນທີ 15 ທັນວາ 2019 ເວລາ 20:50 ໂມງ ຢູ່ເສັ້ນທາງ 13 ໃຕ້ ເຂດບ້ານໃຜ່ລ້ອມ ເມືອງໄຊທານີ; ເຮັດໃຫ້ທ້າວ ຄໍາວັນ ເສຍຊີວິດ, ຜູ້ຂັບຂີ່ລົດ ໃຫຍ່ເອົາຕົວຫຼົບໜີ ຕໍ່ມາເຈົ້າໜ້າທີ່ໄດ້ ຕິດຕາມກັກພາຫະນະໄດ້ ແຕ່ຜູ້ຂັບຂີ່ ເອົາຕົວຫຼົບໜີ.