ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມ່ວນ ໄດ້ສຶກສາອົບຮົມຜູ້ກະທຳຜິດ ( ສຶກສາອົບຮົມຜູ້ໃສ່ຮ້າຍປ້າຍສີ ) ຊື່ ນາງ ແຕ່ງຄໍາ ທີ່ມີການນິນທາ ແລະ ການໃສ່ຮ້າຍປ້າຍສີບຸກຄົນອື່ນຜ່ານສື່ສັງຄົມອອນລາຍທາງເຟດສບຸກ Facebook, ໃນວັນທີ 24 ທັນວາ 2019 ເພື່ອບໍ່ໃຫ້ໄປກະທໍາຜິດອີກ ພ້ອມທັງປັບໄໝ 9 ລ້ານກີບ.

ພັທ ຂວັນໃຈ ເກດວິໄລ ຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 1 ພະຈິກ 2019, ນາງ ເພັດວິໄລ ອາຍຸ 29 ປີ ອາຊີບຄ້າຂາຍ ຢູ່ບ້ານສົມສະອາດ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ມາແຈ້ງຄວາມວ່າ: ນາງ ແຕ່ງຄໍາ ອາຍຸ 45 ປີ ຢູ່ບ້ານສົມສະອາດ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ເອົາຮູບພາບຂອງຜູ້ກ່ຽວພ້ອມທັງຂຽນຂໍ້ຄວາມປ້ອຍດ່າ, ໃສ່ຮ້າຍປ້າຍສີລົງສື່ສັງຄົມອອນລາຍທາງ Facebook ໃນທາງທີ່ເສື່ອມເສຍ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາ, ຕິດຕາມ, ເກັບກຳຂໍ້ມູນຫຼັກຖານ ເຫັນວ່າມີມູນຄວາມຈິງແທ້. ພ້ອມທັງນໍາຕົວ ນາງ ແຕ່ງຄໍາ ໄປສອບ ສວນ.

ນາງ ແຕ່ງຄໍາ ສາລະພາບວ່າ: ໃນວັນທີ 1 ມັງກອນ 2017 ໄດ້ຕັ້ງກອງທຶນຫວຍ ເຊິ່ງຜູ້ກ່ຽວເປັນແມ່ຫວຍ, ມີສະມະຊິກທັງໝົດ 25 ຄົນ, ເກັບເດືອນລະ 10.000 ບາດ ຕໍ່ບຸກຄົນທີ່ເຂົ້າຫວຍ; ມາຮອດວັນທີ 1 ເມສາ 2017, ນາງ ເພັດວິໄລ ໜຶ່ງໃນລູກຫວຍໄດ້ເປຍເອົາມືຂອງຜູ້ກ່ຽວ ຈຳນວນ 240.000 ບາດ; ພາຍຫຼັງ ນາງ ເພັດວິໄລ ໄດ້ເງິນມາແລ້ວ ຜູ່ກ່ຽວໄດ້ເອົາໄປຈ່າຍຄືນໃຫ້ ນາງ ແຕ່ງຄຳ ຜູ້ເປັນແມ່ຫວຍພຽງແຕ່ 148.700 ບາດ ຍັງຄ້າງຢູ່ຈຳນວນ 91.300 ບາດ ທີ່ ນາງ ເພັດວິໄລ ບໍ່ໄດ້ຈ່າຍໃຫ້ແມ່ຫວຍ; ດັ່ງນັ້ນ, ຈຶ່ງເຮັດໃຫ້ ນາງ ແຕ່ງຄຳ ຜູ້ເປັນແມ່ຫວຍບໍ່ພໍໃຈ ແລະ ໄດ້ມີການຮ້ອງຟ້ອງ ນາງ ເພັດວິໄລ ໄປຍັງສານປະຊາຊົນເຂດ 1 ແຂວງຄຳມ່ວນ, ຕໍ່ກັບເງິນ ຈໍານວນ 91.300 ບາດ; ສານປະຊາຊົນເຂດ 1 ແຂວງຄຳມ່ວນ ຈຶ່ງໄດ້ຕັດສິນໃຫ້ ນາງ ເພັດວິໄລ ໃຊ້ແທນເງິນຈຳນວນ ດັ່ງກ່າວຄືນໃຫ້ ນາງ ແຕ່ງຄຳ ຜູ້ເປັນແມ່ຫວຍ ຕາມຄຳຕັດສິນຂອງສານ.

ມາຮອດວັນທີ 28 ຕຸລາ 2019 ນາງ ແຕ່ງຄຳ ໄດ້ເກີດມີຄວາມໂກດແຄ້ນຕໍ່ ນາງ ເພັດວິໄລ ຈຶ່ງໄດ້ຂຽນຂໍ້ຄວາມປ້ອຍດ່າ, ໃສ່ຮ້າຍປ້າຍສີ ພ້ອມທັງປະກອບຮູບພາບຂອງ ນາງ ເພັດວິໄລ ໂພສລົງສື່ສັງຄົມອ່ອນລາຍທາງເຟດບຸກ Face -book ຂອງຜູ້ກ່ຽວ ເພື່ອໃຫ້ສັງຄົມຮັບຮູ້; ເມື່ອ ນາງ ເພັດວິໄລ ເຫັນ ນາງ ແຕ່ງ ຄຳ ໂພສລົງເຟສບຸກຄືແນວນັ້ນ ມາໃນວັນທີ 1 ພະຈິກ 2019 ນາງ ເພັດວິໄລ ຈຶ່ງໄດ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຄຳມ່ວນ; ດັ່ງນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງ ຈຶ່ງໄດ້ເຊີນເອົາຕົວຜູ້ກ່ຽວມາ ເພື່ອສຶກສາອົບຮົມ, ກ່າວເຕືອນ ແລະ ສ້າງບົດບັນທຶກເພື່ອເປັນຫຼັກຖານ ພ້ອມທັງເສຍຄ່າປົວແປງຈິດໃຈເປັນເງິນ ຈຳນວນ 9.000. 000 ກີບ ໃຫ້ ນາງ ເພັດວິໄລ.

ນາງ ແຕ່ງຄຳ ແມ່ນໄດ້ຍອມຮັບສາລະພາບວ່າຕົນເອງໄດ້ກະທຳຜິດແທ້ ແລະ ຂໍອະໄພທີ່ເຮັດໃຫ້ ນາງ ເພັດວິໄລ ເສື່ອມເສຍ ພ້ອມທັງປະຕິຍານຕົນເອງວ່າຈະບໍ່ກັບມາກະທຳຜິດອີກໃນຄັ້ງຕໍ່ໄປ.