ປຕ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ 52 ສະຫາຍ

0
1448
ພັອ ໄຊສີ ແກ້ວສະຫງ່າ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ໃນວັນທີ 27 ທັນວາ 2019, ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຈຳນວນ 52 ສະຫາຍ ທີ່ມີຜົນງານ ແລະ ຄົບມາດຖານເລື່ອນຊັ້ນ ໂດຍການປະດັບຊັ້ນຂອງ ພັອ ໄຊສີ ແກ້ວສະຫງ່າ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພ້ອມທັງມີບັນດາຄະນະພັກ 4 ຫ້ອງ, 3 ກອງພັນ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.

ພັທ ສົມພອນ ບຸນທະເພັງ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ສະບັບເລກທີ 4301/ກມປສ, ເລກທີ 4335/ກມປສ ລົງວັນທີ 17 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການປ້ອງກັນທີ່ຕັ້ງ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນຄັ້ງນີ້ ເຊິ່ງມີຈຳນວນ 52 ສະຫາຍ ຍິງ 8 ສະຫາຍ ເຊັ່ນ:

  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 29 ສະຫາຍ ຍິງ 6 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 18 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 2 ສະຫາຍ
  • ຊັ້ນ I ຂຶ້ນ ສິບຕີ 1 ສະຫາຍ
  • ຊັ້ນ II ຂຶ້ນ ຊັ້ນ I 2 ສະຫາຍ ຍິງ 1 ສະຫາຍ

ໃນໂອກາດດຽວກັນນີ້, ພັອ ໄຊສີ ແກ້ວສະຫງ່າ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໜັກໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງຄວາມສາມັກຄີພາຍໃນກຳລັງ, ສືບຕໍ່ເຮັດວຽກງານ-ວິຊາສະເພາະ ທີ່ໄດ້ຮັບ ມອບໝາຍໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.