ໃນວັນທີ 19 ທັນວາ 2019, ທີ່ສະໜາມຂີ້ເຫຍື້ອ ແຂວງຫຼວງນ້ຳທາ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນ, ສິນຄ້າປອມແປງ, ລອກຮຽນແບບ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ກວດກາ ແລະ ຢຶດໄດ້ໃນໄລຍະຜ່ານມາ.

ທ່ານ ແສງພອນ ເຈື້ອຫຼວງຄໍາມີ ຫົວໜ້າຂະແໜງການຄ້າພາຍໃນແຂວງ, ພະແນກການອຸດສາຫະກຳ ແລະ ການຄ້າແຂວງຫຼວງນໍ້າທາ; ໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ນຳໃຊ້, ດຳລັດເລກທີ 508 ວ່າດ້ວຍການອອກກາການຄ້າ, ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລື່ອງເອົາໃຈໃສ່ເຂັ້ມງວດ ເພື່ອຕິດຕາມກວດກາການນຳເຂົ້າ ແລະ ຈຳໜ່າຍສິນຄ້າປະເພດແຟັບແອັກແທັກ, ອີຊີປອມ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ປອມແປງ; ໝົດອາຍຸ; ເສື່ອມເສຍຄຸນ.

ສິນຄ້າດັ່ງກ່າວ ໄດ້ມາຈາກການລົງກວດກາ 3 ຄັ້ງ ຢູ່ບັນດາຮ້ານຂາຍເຄື່ອງ ພາຍໃນແຂວງ; ກວດພົບສິນຄ້າໝົດອາຍຸການນຳໃຊ້ພາຍໃນ 47 ຮ້ານ; ມີ 82 ລາຍ ການ; ຄິດເປັນມູນຄ່າ 3.499.000 ກີບ. ໃນນັ້ນ; ມີຈານດາວທຽມນຳເຂົ້າບໍ່ຖືກຕ້ອງ 19 ຮ້ານ, ສາມາດຢຶດໄດ້ 63 ເຄື່ອງ, ກ໋ອງຮັບສັນຍານ 81 ກ໋ອງ ແລະ ຫົວດູດສັນຍານ 10 ຫົວ; ຄິດເປັນມູນຄ່າ 28.300.000 ກີບ. ນອກນັ້ນ, ຍັງມີແຟັບແອັກແທັກອີຊີປອມ 279 ແກັດ; ຄິດເປັນມູນຄ່າທັງໝົດ 18.850.000 ກີບ, ກວດເຄື່ອງດື່ມ M150 ພາຍໃນ 70 ຮ້ານ; ເຊິ່ງນຳເຂົ້າມາຈຳໜ່າຍບໍ່ຖືກຕ້ອງ ຫຼາຍກວ່າ 1.000 ແກັດ, ລວມເປັນມູນຄ່າ 40.879.000 ກີບ.

ພ້ອມດຽວກັນນັ້ນ, ທ່ານຍັງຮຽກຮ້ອງມາຍັງຜູ້ປະກອບການ, ຫ້າງຮ້ານໃນທົ່ວແຂວງ ໃຫ້ເອົາໃຈໃສ່ປະຕິບັດຕາມກົດລະບຽບກົດໝາຍຂອງການນຳເຂົ້າ-ສົ່ງອອກສິນຄ້າ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍເຖິງຊັບສິນຂອງຕົນ ແລະ ເພື່ອຄວາມປອດໄພໃນການຊົມໃຊ້ຂອງພໍ່ແມ່ປະຊາຊົນ.