ກົມໃຫຍ່ການເມືອງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

0
2102

ວັນທີ 31 ທັນວາ 2019, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ, ເຊິ່ງໃຫ້ກຽດປະດັບຊັ້ນໂດຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ໂດຍມີບັນດາຄະນະພັກ, ຄະນະກົມ, ຫ້ອງການ, ພະແນກ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ບັນດານາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ມີຈໍານວນ 48 ສະຫາຍ ຍິງ 20 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງຕໍ່ໄປນີ້:

  • ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 27 ສະຫາຍ ຍິງ 10 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ ຍິງ 5 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ
  • ສິບເອກ ຂຶ້ນ ຮ້ອຍຕີ 3 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 4 ສະຫາຍ ຍິງ 2 ສະຫາຍ
  • ຊັ້ນ I ຂຶ້ນ ສິບຕີ 1 ສະຫາຍ
  • ຊັ້ນ II ຂຶ້ນຊັ້ນ I ມີ 2 ສະຫາຍ

ໂອກາດນີ້, ພັອ ນາງ ວິໄລທອງ ມັງໜໍ່ເມກ ກໍໄດ້ໂອ້ລົມຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ໂດຍເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມສາມັກຄີພາຍໃນກໍາລັງ, ສືບຕໍ່ເຮັດວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອນສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.