ກະຊວງ ປກສ ປະກາດເລື່ອນຊັ້ນ ພັຕ ຂຶ້ນ ພັທ ໃຫ້ນາຍຕໍາຫຼວດ 412 ສະຫາຍ

0
3706
ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ພິທີປະກາດເລື່ອນຊັ້ນ ພັຕ ຂຶ້ນ ພັທ ໃຫ້ນາຍຕຳຫຼວດທົ່ວປະເທດ ຈໍານວນ 412 ສະຫາຍ ທ່ີ່ມີຜົນງານດີເດັ່ນ ໃນການປະຕິບັດວຽກງານວິຊາສະເພາະ ແລະ ຄົບມາດຖານເງື່ອນໄຂ ຈັດຂຶ້ນໃນວັນທີ 3 ມັງກອນ 2020 ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ປະດັບຊັ້ນໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ໂດຍມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2838-2871/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມກອງອ້ອມຂ້າງ ກະຊວງ ປກສ ແລະ ທ້ອງຖິ່ນ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສໍາເລັດ ໃນການປະຕິບັດບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ, ເຊິ່ງ ລັດຖະມົນຕີ ກະຊວງ ປກສ ໄດ້ຕົກລົງເລື່ອນຊັ້ນ ພັຕ ຂຶ້ນ ພັທ ຈໍານວນ 412 ສະຫາຍ ຍິງ 51 ສະຫາຍ ໂດຍມີລາຍລະອຽດດັ່ງນີ້:

  • ກົມໃຫຍ່ການເມືອງ ປກສ 11 ສະຫາຍ
  • ກົມໃຫຍ່ສັນຕິບານ 10 ສະຫາຍ
  • ກົມໃຫຍ່ຕໍາຫຼວດ 3 ສະຫາຍ
  • ກົມໃຫຍ່ພະລາທິການ 5 ສະຫາຍ
  • ຫ້ອງວ່າການ ກະຊວງ ປກສ 8 ສະຫາຍ
  • ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ 3 ສະຫາຍ
  • ກົມ 504 ຈໍານວນ 2 ສະຫາຍ
  • ກົມສື່ສານ 6 ສະຫາຍ
  • ກົມກວດກາ-ກວດການ 1 ສະຫາຍ
  • ກົມຕໍາຫຼວດຄຸມຂັງ-ດັດສ້າງ 1 ສະຫາຍ
  • ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 10 ສະຫາຍ
  • ກອງບັນຊາການປ້ອງກັນທີ່ຕັ້ງ 13 ສະຫາຍ
  • ກອງບັນຊາການປ້ອງກັນສູນກາງ 30 ສະຫາຍ
  • ກອງບັນຊາການປ້ອງກັນເຄື່ອນທີ່ 3 ສະຫາຍ
  • ວິທະຍາຄານຕໍາຫຼວດປະຊາຊົນ 12 ສະຫາຍ
  • ວິທະຍາຄານສັນຕິບານປະຊາຊົນ 5 ສະຫາຍ
  • ປກສ ແຂວງຫົວພັນ 11 ສະຫາຍ
  • ປກສ ແຂວງອຸດົມໄຊ 31 ສະຫາຍ
  • ປກສ ແຂວງບໍ່ແກ້ວ 9 ສະຫາຍ
  • ປກສ ແຂວງຊຽງຂວາງ 1 ສະຫາຍ
  • ປກສ ແຂວງຫຼວງນໍ້າທາ 13 ສະຫາຍ
  • ປກສ ແຂວງຫຼວງພະບາງ 25 ສະຫາຍ
  • ປກສ ແຂວງໄຊຍະບູລີ 8 ຄົນ
  • ປກສ ແຂວງວຽງຈັນ 11 ສະຫາຍ
  • ປກສ ແຂວງໄຊສົມບູນ 2 ສະຫາຍ
  • ປກສ ນະຄອນຫຼວງວຽງຈັນ 81 ສະຫາຍ
  • ປກສ ແຂວງບໍລິຄໍາໄຊ 14 ສະຫາຍ
  • ປກສ ແຂວງຄໍາມ່ວນ 7 ສະຫາຍ
  • ປກສ ແຂວງສະຫວັນນະເຂດ 31 ສະຫາຍ
  • ປກສ ແຂວງຈໍາປາສັກ 18 ສະຫາຍ
  • ປກສ ແຂວງສາລະວັນ 6 ສະຫາຍ
  • ປກສ ແຂວງເຊກອງ 6 ສະຫາຍ
  • ກອງບັນຊາການ ປກສ ແຂວງອັດຕະປື 14 ສະຫາຍ.

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ໂອ້ລົມໃຫ້ທິດເຍືອງທາງຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ເຊິ່ງທ່ານໄດ້ກ່າວວ່າ: ບັນດາສະຫາຍ ແມ່ນຜູ້ທີ່ປະຕິບັດວຽກງານວິຊາສະເພາະຕົວຈິງ; ດັ່ງນັ້ນ, ຕ້ອງຍົກສູງຄວາມເປັນແບບຢ່າງນໍາໜ້າ, ປັບປຸງຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນ ໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ເດັດດ່ຽວຕັດສິນໃຈແກ້ໄຂບັນຫາຄົ້ນຄວ້າຕ່າງໆ ພ້ອມທັງຕັ້ງໜ້າຝຶກຝົນຫໍ່ຼຫຼອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ ຮັບມອບໝາຍ ເພື່ອເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບ ມີຄວາມເດັ່ນຊັດຂຶ້ນ ຢ່າງຈະແຈ້ງ.