ພັອ ທອງໃບ ລໍວັນໄຊ ແລະ  ພັທ ກົງຈັນ ໄຊປັນຍາ ເຊັນບົດບັນທຶກໃນ ພິທີມອບ-ຮັບໜ້າທີ່ຫົວໜ້າ ກອງບັນຊາການ ປກສ ແຂວງບໍລິຄຳໄຊ
ພັອ ທອງໃບ ລໍວັນໄຊ ແລະ ພັທ ກົງຈັນ ໄຊປັນຍາ ເຊັນບົດບັນທຶກໃນ ພິທີມອບ-ຮັບໜ້າທີ່ຫົວໜ້າ ກອງບັນຊາການ ປກສ ແຂວງບໍລິຄຳໄຊ

ໃນວັນທີ 3 ມັງກອນ 2020, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດ ພິທີມອບ-ຮັບໜ້າທີ່ຫົວໜ້າ ກອງບັນຊາການ ລະຫວ່າງ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຜູ້ເກົ່າ ແລະ ພັທ ກົງຈັນ ໄຊປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ເຂົ້າຮ່ວມໂດຍ ທ່ານ ວັນໄຊ ເງຍຈັນທະສອນ ຮອງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ-ຄະນະກອງບັນ ຊາການ ປກສ ແຂວງ, ບັນດາຄະ ນະພັກ-ຄະນະຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແລະ ປກສ ເມືອງ 7 ຕົວເມືອງ ຕະຫຼອດຮອດພະນັກງານຂັ້ນນໍາພາ-ບັນຊາ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວັນໄຊ ເງຍຈັນທະສອນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງບໍລິຄໍາ ໄຊ ສະບັບເລກທີ 573/ຄປພ.ຂບຊ, ລົງວັນທີ 31 ທັນວາ 2019 ວ່າດ້ວຍການບົ່ງຕົວແຕ່ງຕັ້ງວ່າການເລຂະຄະນະພັກ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ; ໃນນີ້, ໄດ້ຕົກລົງບົງຕົວແຕ່ງຕັ້ງ ສະຫາຍ ພັທ ກົງຈັນ ໄຊປັນຍາ ເປັນວ່າການເລຂາຄະນະ ພັກ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

ພັທ ຄໍາໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ກໍໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຜ່ານບົດບັນທຶກມອບ-ຮັບວຽກງານໃຫ້ວ່າການຫົວໜ້າກອງບັນຊາການ ປກສ ແຂວງຜູ້ໃໝ່ ສືບຕໍ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະ.

ໃນໂອກາດນີ້, ພັອ ທອງໃບ ລໍວັນໄຊ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ເອົາໃຈໃສ່ປັບປຸງກໍາລັງໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ, ມີແບບແຜນທີ່ທັນສະໄໝ, ເພື່ອຮັບໃຊ້ຊາດ-ຮັບໃຊ້ ປະຊາຊົນ, ເອົາໃຈໃສ່ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບ; ເພີ່ມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ສືບຕໍ່ຊີ້ນໍາ-ນໍາພາທຸກຂົງເຂດວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງກໍ່ຄວາມສະຫງົບຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ; ຈັດຕັ້ງປະຕິບັດ 9 ໂຄງການຫົວຂໍ້ວິທະຍາດສາດຂອງແຂວງ ເປັນຕົ້ນແມ່ນສຸມໃສ່ແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ການເຂົ້າ-ອອກ ເມືອງຜິດກົດໝາຍ ແນໃສ່ເຮັດໃຫ້ແຂວງບໍລິຄໍາໄຊ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມສະຫງົບ-ປອດໄພ, ປະຊາຊົນຍູທາງທໍາມາຫາກິນ ແລະ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍລິຄໍາໄຊ ໃຫ້ມີຄວາມຈະເລີນສີວິໄລກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ, ພັທ ກົງຈັນ ໄຊປັນຍາ ກໍໄດ້ສະແດງຄວາມຂອບໃຈຕໍ່ຄວາມເປັນຫ່ວງເປັນ ໄຍຂອງທ່ານຫົວໜ້າກອງບັນຊາ ການ ປກສ ແຂວງ ຜູ້ເກົ່າ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມ ສະຫງົບ ປກສ ແຂວງບໍລິຄໍາໄຊ ໃຫ້ມີຄວາມເຕີບໃຫ່ຍ, ເຂັ້ມແຂງ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.