ປ້ອງກັນທີ່ຕັ້ງ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
1768
ພັອ ໄຊສີ ແກ້ວສະຫງ່າ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເລື່ອນຊັ້ນໃຫ້ນາຍຕຳຫຼວດ ໃນວັນທີ 6 ມັງກອນ 2020 ໂດຍການປະດັບຊັ້ນຂອງ ພັອ ໄຊສີ ແກ້ວສະຫງ່າ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາພະນັກງານຫຼັກແຫຼ່ງ ຈາກ 4 ຫ້ອງ 3 ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ກອງແກ້ວ ກຸສານົນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2848/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການປ້ອງກັນທີ່ຕັ້ງ ຈຳນວນ 15 ສະຫາຍ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ

ໃນຕອນທ້າຍ, ທ່ານຮອງຫົວໜ້າກອງບັນຊາການ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານ ທີ່ໄດ້ຮັບນະໂຍບາຍເລື່ອນຊັ້ນໃນຄັ້ງນີ້ ໃຫ້ຈົ່ງພ້ອມກັນຮັກສາໝາກຜົນອັນດີງາມ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ຕົນເອງກາຍເປັນພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບ ໃນອະນາຄົດ.