ກອງປະຊຸມສະຫຼຸບ ວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2019

0
2778

ກອງປະຊຸມສະຫຼຸບ ວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2019 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2020 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020, ເປັນປະທານໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ, ມີບັນດາຮອງລັດຖະມົນຕີກະຊວງ ປກສ, ບັນດາຄະນະບັນຊາກົມໃຫຍ່, ຫ້ອງວ່າການ ກະຊວງ, ກົມ, ກອງບັນຊາການ, 2 ວິທະຍາຄານ, 2 ບໍລິສັດ, ຫົວໜ້າຫ້ອງການ ປກຊ-ປກສ ສູນກາງ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ທົ່ວປະເທດ ແລະ ພະນັກງານຫຼັກແຫຼ່ງຂອງ ກຳລັງ ປກສ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ

ໃນກອງປະຊຸມ, ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2019 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2020 ໃຫ້ຮູ້ວ່າ:

ໃນໄລຍະປີ 2019, ກຳລັງປ້ອງກັນຄວາມສະຫງົບ ບັນດາເຫຼົ່າວິຊາສະເພາະ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ຕາມຂົງເຂດຄວາມຮັບຜິດຊອບ ໂດຍສະເພາະແມ່ນ ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍຈັດຕັ້ງຜັນຂະຫຍາຍຄຳສັ່ງຕ່າງໆທີ່ຂັ້ນເທິງວາງອອກ ເຊິ່ງສາມາດຮັບປະກັນໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ

ແຕ່ວ່າ ຍັງປັດສະຈາກບໍ່ໄດ້ ບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນ ເຊິ່ງສະແດງອອກປີ 2019 ຄື:

  • ມີຄະດີອາຍາທົ່ວປະເທດ ເກີດຂຶ້ນທັງໝົດ 7.657 ເລື່ອງ (ບໍ່ນັບອຸບັດຕິເຫດ ແລະ ອັກຄີໄພ), ມ້າງໄດ້ 5.554 ເລື່ອງ, ຜູ້ຖືກຫາ 8.364 ຄົນ ຍິງ 1.094 ຄົນ, ຄົນຕ່າງປະເທດ 162 ຄົນ (ທຽບໃສ່ປີ 2018 ຄະດີເພີ່ມຂຶ້ນ 1.292 ເລື່ອງ),
  • ຄະດີທີ່ເພີ່ມຂຶ້ນຫຼາຍ ເຊັ່ນ: ບັນຫາຄ້າຂາຍຢາເສບຕິດ, ຄາດຕະກຳ, ລັກພາຕົວ, ປຸ້ນຊັບ-ຊີງຊັບ, ລັກຊັບ, ນຳໃຊ້ບັດ ATM ປອມ ແລະ ບັນຫາອື່ນໆ, ເຊິ່ງຫຼາຍກວ່າໝູ່ແມ່ນ: ບັນຫາຢາເສບຕິດ 3.957 ເລື່ອງ, ລັກຊັບພົນລະເມືອງ 2.146 ເລື່ອງ (ລົດຈັກເສຍ 1.819, ລົດໃຫຍ່ 11 ຄັນ).

+ ສໍາລັບທິດທາງປີ 2020

ກະຊວງ ປກສ ໄດ້ວາງທິດທາງແຜນການ ຈະສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ເອົາໃຈໃສ່ຈັັດຕັ້ງຜັນຂະຫຍາຍ ຄຳສັ່ງເລກທີ 27/ນຍ, ຄຳສັ່ງເລກທີ 22/ຄລສພ, ຄຳສັ່ງເລກທີ 15/ນຍ ແລະ ຄຳສັ່ງເລກທີ 1470/ປກສ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ ໂດຍອີງໃສ່ກຳລັງແຮງທົ່ວປວງຊົນ ເປັນຕົ້ນແມ່ນ:

ກຳແໜ້ນເປົ້າໝາຍທີ່ເປັນຫົວໂປ່ໂຕການ, ກຸ່ມແກ້ງ, ເຄືອຂ່າຍ ໃຫ້ຖືກຕ້ອງຊັດເຈນ ແລະ ໃຊ້ມາດຕະການທີ່ເໝາະສົມ ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດລົງກວ່າປີຜ່ານມາ.

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບ ເພື່ອສ້າງຄວາມເປັນເອກະພາບ, ເພີ່ມຄວາມລະອຽດຊັດເຈນ ຕໍ່ບັນດາວຽກງານຈຸດສຸມ ທີ່ບັນດາເຫຼົ່າວິຊາສະເພາະ ຈະພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ປະສົບຜົນສຳເລັດຂຶ້ນກວ່າເກົ່າ.