ລາວ-ຫວຽດນາມ ລົງນາມສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອດ້ານກົດໝາຍ

0
2058

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນ ພ້ອມທັງລົງນາມ ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ໃນວັນທີ 8 ມັງກອນ 2020 ທີ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ໌ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ແລະ ທ່ານ ເລ ມິງ ຈີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ລາຍງານສະພາບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ກັນຊາບ ພ້ອມທັງລາຍງານການຈັດຕັ້ງປະຕິບັດກົດໝາຍ ແລະ ສາຍພົວການຮ່ວມມືກັນ ໃນໄລຍະຜ່ານມາ, ເຊິ່ງເປັນການເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ; ເວົ້າສະເພາະ ແມ່ນ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ແນໃສ່ຮັບປະກັນຄວາມຍຸຕິທຳ, ຄວາມຜາສຸກ ແລະ ສີວິໄລຂອງປະເທດຊາດ ແລະ ປະຊາຊົນ ລາວ-ຫວຽດນາມ ກ້າວຂຶ້ນໄປເລື້ອຍໆ.

ຄຽງຄູ່ກັນນີ້, ທັງສອງຝ່າຍ ຍັງໄດ້ລົງນາມ ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເຊິ່ງຈະເປັນບາດກ້າວສຳຄັນໃນການພັດທະນາການຮ່ວມມືກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ໃຫ້ເຂົ້າສູ່ລວງເລິກທາງດ້ານກົນໄກການຈັດຕັ້ງປະຕິບັດ, ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ອາຊະຍາກຳ, ການຕ້ານອາຊະຍາກຳ, ການແລກປ່ຽນຖອດຖອນບົດຮຽນ ດ້ານວິຊາການ, ການຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານໜ້າທີ່ວຽກງານຂອງທັງສອງຝ່າຍ ໃຫ້ມີປະສິດທິພາບກວ່າເກົ່າ.