ພິທີມອບ-ຮັບໜ້າທີ່ ຫົວໜ້າກົມສື່ມວນຊົນ ປ້ອງກັນຄວາມສະຫງົບ ກົມໃຫຍ່ການເມືອງ ກະຊວງ ປກສ ລະຫວ່າງ ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າກົມສື່ມວນຊົນ ປກສ (ຜູ້ເກົ່າ) ທີ່ໄດ້ລໍຖ້າພັກຜ່ອນ-ຮັບເບ້ຍບຳນານ ແລະ ພັອ ເພີນຄຳ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ (ຜູ້ໃໝ່) ໄດ້ຈັດຂຶ້ນວັນທີ 9 ມັງກອນ 2020, ໂດຍມີ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັອ ສີພັນດອນ ຫວ່າງບົວຊົງ ໄດ້ລາຍງານການຈັດຕັ້ງນຳພາ-ບັນຊາວຽກງານ ຕະຫຼອດໄລຍະ 2009-2019 ຜ່ານມາ ເຊິ່ງອັນພົ້ນເດັ່ນແມ່ນ:

ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າກົມສື່ມວນຊົນ ປກສ (ຜູ້ເກົ່າ)

ວຽກງານວິຊາສະເພາະ ໄດ້ເປັນເຈົ້າການໃນການອຳນວຍຄວາມສະດວກ ໃຫ້ແກ່ວຽກງານສື່ມວນຊົນ ເຄື່ອນໄຫວຕາມໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດໃຫ້ຂົງເຂດສື່ມວນຊົນ ປກສ ກໍຄື ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານ ປກສ ໄດ້ຮັບຄວາມນິຍົມຈາກສັງຄົມ ນັບມື້ຫຼາຍຂຶ້ນ.

ຈາກນັ້ນ, ພັອ ສີພັນດອນ ຫວ່າງບົວຊົງ ແລະ ພັອ ເພີນຄຳ ແສງດາລາ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ, ໂດຍມອບໜ້າທີ່ໃຫ້ ທ່ານຫົວໜ້າກົມສື່ມວນຊົນ ປກສ ຜູ້ໃໝ່ ສືບຕໍ່ນຳພາ-ບັນຊາວຽກງານຂົງເຂດສື່ມວນຊົນ ປກສ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ; ໂດຍສະເພາະແມ່ນ ສືບຕໍ່ເອົາໃຈໃສ່ຊີ້ນຳປັບປຸງ, ຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃຫ້ເຂັ້ມແຂງ, ມີຄວາມສາມາດເປັນກຳລັງແຮງຊ່ວຍ ຄະນະພັກ-ຄະນະບັນຊາ, ເປັນແບບຢ່າງນຳໜ້າເຄື່ອນໄຫວທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ ແລະ ມີໂອກາດເຂົ້າຮ່ວມ ໃນທຸກຂົງເຂດວຽກງານ.

ໂອກາດນີ້, ພົຈວ ອຸ່ນຫຼ້າ ວົງພະຈັນ ໄດ້ຍ້ອງຍໍຊົມເຊີຍຕໍ່ ທ່ານຫົວໜ້າກົມສື່ມວນຊົນ ປກສ ຜູ້ເກົ່າ ທີ່ສຸມສະຕິປັນຍາໃນການຊີ້ນຳ-ບັນຊາວຽກງານ ຕະຫຼອດໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ທ່ານຫົວໜ້າກົມສື່ມວນຊົນ ຜູ້ໃໝ່ ຈົ່ງເພີ່ມທະວີຄວາມຮູ້-ຄວາມສາມາດເຂົ້າໃນທຸກຂົງເຂດວຽກງານ ເພື່ອຮັບປະກັນໃຫ້ວຽກງານສື່ມວນຊົນ ໄດ້ຮັບການພັດທະນາຍິ່ງຂຶ້ນ.