ພິທີມອບ-ຮັບໜ້າທີ່ ຫົວໜ້າກົມບໍລິຫານ ຫ້ອງວ່າການ ກະຊວງ ປກສ ລະຫວ່າງ ພັອ ສິງມະນີ ແສງຄໍາຢອງ ຫົວໜ້າກົມບໍລິຫານ (ຜູ້ເກົ່າ) ແລະ ພັທ ບຸນລ້ຽງ ປັນຍາແກ້ວ ຫົວໜ້າກົມບໍລິຫານ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2020, ເຂົ້າຮ່ວມໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມ.

ໃນພິທີ, ພັອ ສິງມະນີ ແສງຄໍາຢອງ ໄດ້ຂຶ້ນຜ່ານບົດບັນທຶກມອບ-ຮັບໜ້າທີ່ວຽກງານ ກົມບໍລິຫານ ເຊິ່ງທ່ານກ່າວວ່າ:

ຕະຫຼອດໄລຍະປີ 2015-2019 ຜ່ານມາ ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນກົມບໍລິຫານ ຢ່າງເນື່ອງນິດລຽນຕິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ແລະ ຫຼາຍລະດັບແຕກຕ່າງໆກັນ.

ພັອ ສິງມະນີ ແສງຄໍາຢອງ

ພ້ອມນັ້ນ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາປະຕິບັດວຽກງານວິຊາສະເພາະ ໂດຍມີການແບ່ງຄວາມຮັບຜິດຊອບ ໃຫ້ຄະນະກົມແຕ່ລະສະຫາຍ ເພື່ອຊີ້ນໍາແຕ່ລະພະແນກ ເປັນຕົ້ນແມ່ນ ຊີ້ນໍາວຽກງານຄົ້ນ ຄວ້າສັງລວມ, ການເງິນ, ຄຸ້ມຄອງພາຫະນະເຕັກນິກ, ວຽກງານບໍລິຫານຮັບໃຊ້ການນໍາ, ວຽກງານຊັບສິນກໍ່ສ້າງ, ອຸປະໂພກ-ຍຸດໂທ, ວຽກງານຮັກສາສຸຂະພາບ ແລະ ກອງຮ້ອຍປ້ອງກັນຕຶກ ກະຊວງ ປກສ; ເຊິ່ງຜ່ານມາເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ພົ້ນເດັ່ນແມ່ນ ຮັບໃຊ້ແຂກພາຍໃນ ແລະ ຕ່າງປະເທດ, ຮັບໃຊ້ກອງປະຊຸມລະດັບຕ່າງໆຂອງ ກະຊວງ, ຫ້ອງວ່າການ ກະຊວງ ແລະ ບັນດາກົມກອງອ້ອມຂ້າງ ກະຊວງ ປກສ ແມ່ນສໍາເລັດຕາມລະດັບຄາດໝາຍ.

ໃນໂອກາດດັ່ງກ່າວ, ພັອ ສິງມະນີ ແສງຄໍາຢອງ ແລະ ພັທ ບຸນລ້ຽງ ປັນຍາແກ້ວ ກໍໄດ້ເຊັນມອບ-ຮັບໜ້າທີ່ ເພື່ອສືບຕໍ່ປະຕິບັດວຽກງານທີ່ຂັ້ນເທິງມອບໝາຍ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.