ໃນວັນທີ 13 ມັງກອນ 2020, ທ່ານ ອຸ ຊາວ ຢາງ ປະທານບໍລິສັດ ກໍ່ສ້າງ ອຸດສາຫະກໍາເຄມີ ມະຫາສະໝຸດ ຈໍາກັດ ແຫ່ງ ສປ ຈີນ ພ້ອມຄະນະ ໄດ້ເຂົ້າພົບປະ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເພື່ອຫາລືໂຄງການກ່ຽວກັບ ການສ້າງໂຮງງານຜະລິດເຄື່ອງໃຊ້ດ້ານຕ່າງໆ ເປັນຕົ້ນແມ່ນ ການຜະລິດກະສິກໍາ ແລະ ການສ້າງໂຮງງານເກີບໜັງ ແລະອື່ນໆ ໂດຍແນໃສ່ສ້າງໃຫ້ນັກໂທດ-ດັດສ້າງ ຢູ່ໃນ ສປປ ລາວ ມີວຽກເຮັດງານທໍາທີ່ດີ.

ໃນພິທີພົບປະນັ້ນ, ທັງ 2 ຝ່າຍ ໄດ້ມີການປຶກສາຫາລືກັນ ໂດຍ ທ່ານ ອຸ ຊາວ ຢາງ ໄດ້ສະເໜີບັນດາໂຄງການທີ່ຈະສ້າງວຽກເຮັດງານທໍາໃຫ້ກັບນັກໂທດ ເປັນຕົ້ນແມ່ນ ການຜະລິດກະສິກໍາ ກໍຈະເນັ້ນການປູກໄມ້ໃຫ້ໝາກເປັນຫຼັກ ແລະ ການປູກພືດທີ່ເປັນຢາສະໝູນໄພ ໃນການປິ່ນປົວຜູ້ທີ່ຕິດຢາເສບຕິດ ແລະອື່ນໆ; ສ່ວນການສ້າງໂຮງງານ ກໍຈະມີການຜະລິດເກີບເປັນຫຼັກ, ການແກະສະຫຼັກ, ການຫຍິບເຄື່ອງນຸ່ງຫົ່ມ ແລະ ເຟີນີເຈີອື່ນໆ ໃນນັ້ນແມ່ນຈະເນັ້ນໃສ່ນັກໂທດທີ່ເປັນເພດຊາຍ.

ຕໍ່ກັບໂຄງການດັ່ງກ່າວນີ້ ແມ່ນຈີນຈະເປັນຜູ້ລົງທຶນ 100% ແລະ ວັດຖຸອຸປະກອນຕ່າງໆ ແມ່ນຈີນຈະເປັນຜູ້ນໍາເຂົ້າ, ສ່ວນ ສປປ ລາວ ຈະເປັນດິນ ແລະ ແຮງງານ ໂດຍແຮງງານນີ້ ແມ່ນຈະເປັນແຮງງານນັກໂທດ ໃນຂອບເຂດທົ່ວປະເທດ.

ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ກໍໄດ້ຕີລາຄາສູງຕໍ່ກັບ ການປຶກສາຫາລືໂຄງການດັ່ງກ່າວ ເຊິ່ງໄລຍະຜ່ານມາ ລາວ-ຈີນ ກໍໄດ້ມີການຮ່ວມມືກັນໃນຫຼາຍດ້ານ ທີ່ເຫັນວ່າ ປະສົບຜົນສຳເລັດ, ແຕ່ວ່າ ກໍບໍ່ເປັນຜົນດີຢູ່ ເນື່ອງຈາກວ່າ ນັກໂທດຢູ່ ສປປ ລາວ ແມ່ນຈະບໍ່ໄດ້ອອກເຄື່ອນໄຫວຢູ່ພາຍນອກ; ສະນັ້ນ, ຈຶ່ງສະເໜີໃຫ້ ທ່ານ ອຸ ຊາວ ຢາງ ເລືອກການຜະລິດເກີບ, ການແກະສະຫຼັກ, ການຫຍິບເຄື່ອງນຸ່ງຫົ່ມ ແລະ ເຟີນີເຈີອື່ນໆ.

ສໍາລັບນັກໂທດທີ່ຈະເປັນແຮງງານໃນການຜະລິດ ກໍຈະມີການເລືອກເຟັ້ນເອົານັກໂທດທີ່ຖືກສານຕັດສິນແລ້ວ ແລະ ເປັນນັກໂທດທີ່ມີຜົນງານ; ສ່ວນຜະລິດຕະພັນຂອງນັກໂທດ ຝ່າຍຈີນຕ້ອງຮັບປະກັນຕໍ່ການສົ່ງອອກ, ຕ້ອງບໍ່ໃຫ້ມີບັນຫາ, ຕ້ອງໃຫ້ລ້ຽງເຂົ້ານັກໂທດ 1 ຄາບ ແລະ ຕ້ອງມີເງິນເດືອນໃຫ້ນັກໂທດ ຕາມຄ່າແຮງງານຂັ້ນຕໍ່າຂອງກົດໝາຍ ສປປ ລາວ ວາງອອກ.