ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂການເລື່ອນຊັ້ນ ຈໍານວນ 23 ສະຫາຍ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ, ເຊິ່ງເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພຈົວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະບັນຊາອ້ອມຂ້າງ ກົມໃຫຍ່ຕະຫຼອດ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ ໃນວັນທີ 10 ມັງກອນ 2020.

ປະດັບຊັ້ນໂດຍ ພຈົວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ

ພັທ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ່ 2841/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທົ່ວກົມໃຫຍ່ຕໍາຫຼວດ ຈໍານວນ 23 ສະຫາຍ, ຍິງ 3 ສະຫາຍ ດັ່ງນີ້:

  • ເລື່ອນຊັ້ນ ຮອ ຂຶ້ນ ພັຕ 12 ສະຫາຍ ຍິງ 2 ສະຫາຍ
  • ຮທ ຂຶ້ນ ຮອ 11 ສະຫາຍ ຍິງ 1 ສະຫາຍ
ຮອ ຂຶ້ນ ພັຕ 12 ສະຫາຍ ຍິງ 2 ສະຫາຍ

ໂອກາດນີ້, ພຈົວ ທອງສະຫວັນ ວົງສະຫວັດ ໄດ້ສະແດງຄວາມຍ້ອງຍໍຊົຍເຊີຍ ຕໍ່ບັນດາຜູ້ທີ່ໄດ້ຮັບການເລື່ອນຊັ້ນ ທີ່ສາມາດຍາດໄດ້ຜົນສໍາເລັດ ໃນກາດປະຕິບັດໜ້າທີ່ວຽກງານທີ່ໄດ້ມອບໝາຍໃຫ້ ແລະ ມີຜົນງານດີເດັ່ນ ໃນໄລຍະຜ່ານມາ; ພ້ອມທັງ ເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ຄື: ເອົາໃຈໃສ່ຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານວິຊາສະເພາະຂອງຕົນ ຮັບຜິດຊອບໜູນໃຊ້ເຂົ້າໃນວຽກງານຕົວຈິງ ຢ່າງມີຫົວຄິດປະດິດສ້າງ, ມີຄວາມຊໍານິຊໍານານ ແລະ ຮັບປະກັນຜົນສໍາເລັດຂອງໜ້າທີ່ວຽກງານ ທີ່ໄດ້ມອບໝາຍໃຫ້.

ໃນບັນດາຜູ້ທີ່ໄດ້ຮັບການເລື່ອນຊັ້ນ ມີທັງໝົດ 23 ສະຫາຍ ຍິງ 3 ສະຫາຍ