ກົມຕໍາຫຼວດຄຸມຂັງ-ດັດສ້າງ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
1617
ປະດັບຊັ້ນໂດຍ ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍຕໍາຫຼວດ ຜູ້ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ໃນວັນທີ 15 ມັງກອນ 2020, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ພ້ອມທັງມີ ຄະນະພັກ-ຄະນະກົມ, ພະແນກ, ຄ້າຍ ແລະ ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັນຕີ ຂຶ້ນ ພັນໂທ 1 ສະຫາຍ

ພັຕ ນາງ ພວງວັນ ຂຸນລາດ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ແລະ ຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບ ກົມຕໍາຫຼວດຄຸມຂັງ-ດັດສ້າງ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ເຊິ່ງມີຈໍານວນ 14 ສະຫາຍ ຍິງ 3 ສະຫາຍ ດັ່ງນີ້:

ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ
  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ ຍິງ 2 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ
ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ

ໃນພິທີ, ພັອ ພັດສະດີ ນວນອາສາ ໄດ້ໃຫ້ທິດຊີ້ນໍາຕໍ່ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເພື່ອຮັບໃຊ້ໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດຂຶ້ນກວ່າເກົ່າ.

ຮ້ອຍຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ ຍິງ 2 ສະຫາຍ
ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ