ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າ-ຂາຍຢາເສບຕິດ ຊື່ ທ້າວ ພອນ ອາຍຸ 28 ປີ ຢູ່ບ້ານໃໝ່ ເມືອງວຽງພູຄາ ກວດພົບຂອງກາງຢາບ້າຈໍານວນ 983 ເມັດ ຊຸກເຊື່ອງໃນຖົງເສື້ອໃນຂະນະທີ່ກັບມາແຕ່ໄປຊື້ຢາບ້າມາໄວ້ເສບ ແລະ ຂາຍຍ່ອຍ.

ເຈົ້້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງວຽງພູຄາ ໃຫ້ຮູ້ວ່າ: ໃນວັນທີ 6 ມັງກອນ 2020, ໄດ້ຮັບລາຍງານວ່າ ທ້າວ ພອນ ໄດ້ລັກລອບຊື້-ຂາຍຢາເສບຕິດ ປະເພດຢາບ້າ ຢູ່ຂອບເຂດເສັ້ນທາງ R3 ເມືອງວຽຍພູຄາ. ຈາກນັ້ນ, ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງຕິດຕາມເປົ້າໝາຍ ຈຶ່ງພົບເຫັນຜູ້ກ່ຽວຂັບຂີ່ລົດຈັກເວບ 100 ສີໝາກຄໍ້, ບໍ່ມີປ້າຍ, ມຸ້ງໜ້າມາແຕ່ທາງແຂວງບໍ່ແກ້ວ ຈຶ່ງໄດ້ຕິດຕາມ ຈົນໄປຮອດເຮືອນຂອງຜູ້ກ່ຽວຢູ່ບ້ານໃໝ່ ເມືອງວຽງພູຄາ ຈຶ່ງເຂົ້າຈັບຕົວ ແລະ ກວດພົບເຫັນຢາບ້າທີ່ຊຸກເຊື່ອງໄວ້ໃນຖົງເສື້ອ ຈໍານວນ 5 ຖົງ ເທົ່າກັບ 983 ເມັດ.

ຜ່ານການສອບສວນ ທ້າວ ພອນ ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນຂອງຕົນແທ້, ໄດ້ຊື້ມາຈາກຜູ້ຮ່ວມ ຂະບວນການຢູ່ເມືອງຫຼວງນໍ້າທາ ເພື່ອໄວ້ເສບ ແລະ ຄ້າ-ຂາຍຍ່ອຍໃຫ້ກຸ່ມມົ້ວສຸມທີ່ຢູ່ບ້ານໃກ້ຄຽງ. ແຕ່ກໍຖືກເຈົ້າໜ້າທີ່ກັກຕົວກ່ອນພົບຂອງກາງຈໍານວນດັ່ງ ກ່າວ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ພວມດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງພົວພັນກັບຢາເສບຕິດ ເພື່ອນໍາຕົວໄປດໍາເນີນຄະດີຕາມກົດໝາຍ.