ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ລະຫວ່າງ ພັອ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ (ຜູ້ໃໝ່) ແລະ ພັທ ສີວັນທາ ເພຍສະຂະ ຫົວໜ້າຫ້ອງການເມືອງ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2020, ໂດຍການເຂົ້າຮ່ວມຂອງ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ພ້ອມທັງມີ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ພັອ ສົມພອນ ທອງວິໄລ ໄດ້ລາຍງານຫຍໍ້ກ່ຽວກັບ ການຊີ້ນໍາ-ນໍາພາ ຕະຫຼອດໃນໄລຍະ 2 ປີຜ່ານມາ ວ່າ:

ໄດ້ສຸມໃສ່ປັບປຸງກໍ່ສ້າງພັກ, ຊີ້ນໍາ-ນໍາພາຢ່າງຖືກຕ້ອງ ໂດຍປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາ, ເຊິ່ງສະເພາະປີ 2018 ສາມາດຍາດໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 8 ໜ່ວຍພັກຮາກຖານ ແລະ ສາມາດຍາດໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 5 ປີຕິດຕໍ່ກັນ. ນອກນັ້ນ, ຍັງໄດ້ໂຄສະນາ ແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງ ກຳລັງປ້ອງກັນຄວາມສະຫງົບ, ວຽກງານຂ່າວ, ເກັບກໍາຂໍ້ມູນປະຫວັດມູນເຊື້ອຂອງ ຫ້ອງວ່າການ ກະຊວງ ປກສ ແລະອື່ນໆ.

ໃນໂອກາດດັ່ງກ່າວ, ພົຈວ ສົມວັນ ສາຍລ້ອງພາ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ ທີ່ໄດ້ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະຕິບັດວຽກງານວິຊາສະເພາະ ຈົນມີຜົນສໍາເລັດຕາມລະດັບຄາດໝາຍ.

ສ່ວນຜູ້ທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່ ກໍຕ້ອງສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດ ເປັນຕົ້ນແມ່ນ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາທຸກຂົງເຂດວຽກງານວິຊາສະເພາະ ພາຍໃນຫ້ອງການເມືອງ ໃຫ້ມີວິທະຍາສາດ, ມີຄວາມຊໍານິຊໍານານ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ ເພື່ອເຮັດໃຫ້ຫ້ອງການເມືອງ ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ.