ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມັງກອນ ນີ້ວ່າ: ປະທານາທິບໍດີ ວະລາດີເມຍ ປູຕິນ ກ່າວໃນລະຫວ່າງການຖະແຫຼງນະໂຍບາຍປະຈຳປີວ່າ ລັດຖະບາຍລັດເຊຍ ມີແນວຄິດປະຕິຮູບລັດຖະທຳມະນູນສະບັບປັດຈຸບັນທີ່ໃຊ້ມາຕັ້ງແຕ່ປີ 1993 ເພື່ອເພີ່ມຄວາມເຂັ້ມແຂງ ແລະ ພາລະບົດບາດຂອງລັດຖະສະພາອີກ ດ້ວຍການຂະຫຍາຍອຳນາດຈາກປະທານາທິບໍດີ, ເຊິ່ງລວມເຖິງການຄັດເລືອກ ແລະ ອະນຸຍາດບຸກຄົນດຳລົງຕຳແໜ່ງລະດັບສູງໃນລັດຖະບານ ລວມເຖິງນາຍົກລັດຖະມົນຕີ ໂດຍຜູ້ນຳລັດເຊຍ ສະເໜີການເພີ່ມອຳນາດຕື່ມອີກ ແຕ່ຍັງບໍ່ທັນໄດ້ລົງເລິກລາຍລະອຽດ.

ຫຼັງຈາກນັ້ນ, ພຽງບໍ່ພໍເທົ່າໃດຊົ່ວໂມງ ນາຍົກລັດຖະມົນຕີ ມິທຣີ ເມດເວເດຟ ປະກາດລາອອກຈາກຕຳ  ແໜ່ງ ພ້ອມລັດຖະມົນຕີທັງໝົດ ເພື່ອສະໜັບສະໜູນແນວທາງການປະຕິຮູບລັດຖະທຳມະນູນຂອງທ່ານ ປູຕິນ ທີ່ຈະຕ້ອງຜ່ານການອະພິປາຍ ແລະ ລົງມະຕິຈາກລັດຖະສະພາ. ຫຼັງຈາກນັ້ນ, ຈະມີການລົງປະຊາມະຕິໂດຍຊາວລັດເຊຍ ຕໍ່ໄປ. ພ້ອມນັ້ນ, ທ່ານ ວະລາດີເມຍ ປູຕິນ ຍັງໄດ້ສະເໜີຊື່ ທ່ານ ມິຄາອິນ ມິຊຸດຕິນ ອາຍຸ 53 ປີ, ເຊິ່ງປັດຈຸບັນດຳລົງຕຳແໜ່ງຜູ້ອຳນວຍການສະຖາບັນການສຶກສາແຫ່ງຊາດ ໃຫ້ລັດຖະສະພາ ພິຈາລະນາຄຸນສົມບັດໃນຕຳແໜ່ງລັດຖະມົນຕີຄົນໃໝ່.

ແນວໃດກໍຕາມ, ການທີ່ທ່ານ ມິຄາອິນ ມິຊຸດຕິນ ເປັນບຸກຄົນທີ່ເຮັດວຽກຢູ່ເບື້ອງຫຼັງຕະຫຼອດໄລຍະເວລາທີ່ຜ່ານມາ ແລະ ບໍ່ເຄີຍມີປະສົບການດ້ານການເມືອງມາກ່ອນ ແຕ່ເນື່ອງຈາກເປັນວິຊາການທີ່ດີເດັ່ນມາຕະຫຼອດ ຈົນໄດ້ຮັບຕຳແໜ່ງສູງສຸດຂອງສະຖາບັນການສຶກສາແຫ່ງຊາດ ໃນປີ 2010 ເຮັດໃຫ້ເກີດຄຳຖາມຕາມາທັນທີວ່າ ບຸກ ຄົນຜູ້ນີ້ຈະເປັນຜູ້ສືບທອດທາງການເມືອງຂອງຜູ້ນຳລັດເຊຍຕົວຈິງ ຫຼື ບໍ່. ໂດຍທ່ານ ວະລາດີເມຍ ປູຕິນ ແຕ່ງຕັ້ງທ່ານ ເມດເວເດຟ ທີ່ເຮັດວຽກໃກ້ຊິດກັນມານານໃຫ້ດຳລົງຕຳແໜ່ງຮອງປະທານຄະນະມົນຕີຄວາມໝັ້ນຄົງ, ເຊິ່ງທຽບເທົ່າກັບປະທານາທິບໍດີ ແຕ່ພາລະບົດບາດໜ້າທີ່ໃໝ່ຂອງ ທ່ານ ເມດເວເດຟ ຍັງບໍ່ເປັນທີ່ຊັດເຈນເທື່ອ.

ປັດຈຸບັນ, ສັງຄົມໃນວົງກວ້າງຂອງລັດເຊຍ ຖືວ່າ ເລື່ອງດັ່ງກ່າວນີ້ ເປັນເລື່ອງທີ່ໜ້າສົນໃຈຢ່າງຍິ່ງ ທ່າມກາງການຄາດຄະເນຂອງຫຼາຍຝ່າຍວ່າ ທ່ານ ວະລາດີເມຍ ປູຕິນ, ເຊິ່ງປັດຈຸບັນ ອາຍຸ 67 ປີ ດຳລົງຕຳແໜ່ງປະທານາທິ ບໍດີ ມາຕັ້ງແຕ່ປີ 2000 ເຖິງແມ່ນວ່າ ບໍ່ໄດ້ດຳລົງຕຳແໜ່ງຢ່າງຕໍ່ເນື່ອງ ແຕ່ຈະມີອະນາຄົດທາງການເມືອງແບບໃດ ຫຼັງຈາກໝົດວາລະອີກຄັງໃນປີ 2024. ແຕ່ເປັນເລື່ອງປົກກະຕິທີ່ ທ່ານ ວະລາດີເມຍ ປູຕິນ ຈະບໍ່ເປີດເຜີຍ ຈົນນາທີສຸດທ້າຍ.