ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມກົດລັບ ຜູ້ເກົ່າ ແລະ ຜູ້ໃໝ່

0
2381

ກົມກົດລັບ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພັອ ສົມດີ ແກ້ວວົງເພັດ ຫົວໜ້າກົມກົດລັບ (ຜູ້ເກົ່າ) ແລະ ພັທ ສົມພອນ ຈັນທະພົງ ຫົວໜ້າກົມກົດລັບ (ຜູ້ໃໝ່) ພິທີຈັດຂຶ້ນໃນວັນທີ 16 ມັງກອນ 2020, ໂດຍການເຂົ້າຮ່ວມຂອງ ພັອ ຄານໄຊ ໄຊຍະຫານ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ເຊິ່ງມີ ຄະນະກົມ ອ້ອມຂ້າງ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນກົມກົດລັບ ເຂົ້າຮ່ວມ.

ພິທີມອບ-ຮັບໜ້າທີ່ ຫົວໜ້າກົມກົດລັບ ຜູ້ໃໝ່ ໃນວັນທີ 16 ມັງກອນ 2020

ພັອ ສົມດີ ແກ້ວວົງເພັດ ຫົວໜ້າກົມກົດລັບ ຜູ້ເກົ່າ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ພາຍຫຼັງຄົບຕາມກໍານົດວາລະ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ຄະນະພັກ-ຄະນະກົມ ໄດ້ສຸມທຸກເຫື່ອແຮງສະຕິປັນຍາ ໃນການຊີ້ນໍາ-ນໍາພານາຍ ແລະ ພົນຕໍຫຼວດ ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ ເປັນເສນາທິການໃຫ້ ການນໍາ ກະຊວງປ້ອງກັນຄວາມສະຫງົບ ໃນທົ່ວປະເທດ, ສາມາດເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງ ກໍຄື ກະຊວງປ້ອງກັນຄວາມສະຫງົບ ມອບໝາຍໃຫ້ ມີຜົນສໍາເລັດໂດຍພື້ນຖານ. ຈາກນັ້ນ, ໃນພິທີ ກໍໄດ້ເຊັນມອບ-ຮັບໜ້າທີ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

ເຊັນສັນຍາມອບ-ຮັບໜ້າທີ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນໂອກາດດັ່ງກ່າວ, ພັອ ຄານໄຊ ໄຊຍະຫານ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ຍາດໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ຫົວໜ້າກົມກົດລັບ ຜູ້ໃໝ່ ສືບຕໍ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະ ຕິດພັນກັບ ການກໍ່ສ້າງພັກ-ກໍ່ສ້າງພະນັກງານພາຍໃນກົມຂອງຕົນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ຖືກຕ້ອງຕາມລະບຽບຫຼັກການຂອງ ກະຊວງ ວາງອອກຢ່າງເຂັ້ມງວດ.